ກ່າວຄຳເຫັນ ໃນການປະ​ຊຸມຖະແຫຼງຂ່າວ ປະຈຳໄລ​ຍະ ຢູ່ທີ່ນະຄອນຫຼວງ ເຕເຮຣານ, ໃນວັນ​ທີ 24 ສິງ​ຫາ, ທ່ານ Esmaeil Baqaei ໂຄສົກ ກະຊວງການຕ່າງປະເທດ ອິຣານ ໄດ້ຢັ້ງຢືນວ່າ ທຸກໆການສົມຮູ້ຮ່ວມຄິດ ກັບການກະທຳ ທີ່ເປັນປໍລະປັກ ຂອງ ອາເມລິກາ ​ເພື່ອຕ້ານອິຣານ​ນັ້ນ, ຈະນໍາມາເຊິ່ງ ຜົນ​​ຢ້ອນຫຼັງຢ່າງ​ຮ້າຍ​ແຮງ ໃຫ້ ບັນດາປະເທດ ໃນພາກ​ພື້ນ. ນີ້ແມ່ນ ຄັ້ງທີ 2 ໃນໄລຍະ ເວລາ ສອງ​ສາມ​ວັນ, ອິຣານ ໄດ້ຍົກອອກຄຳ​ກ່າວເຕືອນ ທີ່​ມີລັກສະນະນາບຂູ່​ເລັ່ງໃສ່ ບັນດາປະເທດ ໃນພາກ​ພື້ນ. ໃນທ້າຍອາທິດຜ່ານມາ, ທ່ານ Mohsen Rezaee ເລຂາທິການ ສະພາຄວາມໝັ້ນຄົງ ແຫ່ງຊາດ ສູງສຸດ ອິຣານກໍໄດ້ຖະ​ແຫຼງວ່າ ​ບໍ່​ວ່າປະເທດໃດ ໃນພາກ​ພື້ນທີ່ເຂົ້າຮ່ວມ ບັ້ນຮົບ ກໍ່​ຄວາມກົດດັນ​ຕໍ່ເສດຖະກິດ ຂອງອາເມລິກາ ​ເພື່ອຕ້ານອິຣານ, ກໍຈະຖືກ​ຮັບ​ຜົນ​ຢ້ອນຫຼັງ​ຢ່າງຮ້າຍແຮງ. ຕາມນັ້ນ, ອິຣານ ບໍ່ພຽງແຕ່ ບຸກ​ໂຈມກຳ​ປັ່ນຂົນ​ສົ່ງນ້ຳມັນທີ່ແລ່ນຜ່ານ ຊ່ອງແຄບທະ​ເລ Hormuz ເທົ່າ​ນັ້ນ, ຫາກ​ຍັງບຸກ​ໂຈມ​ຕີບັນດາເສັ້ນທາງສົ່ງອອກນ້ຳມັນ ອື່ນໆ ຢູ່​ໃນເຂດ ອ່າວເປີນເຊຍ, ຖ້າຫາກ ບັນດາ ປະເທດໃກ້​ຄຽງເຂົ້າຮ່ວມ ບັນດາ ຄຳສັ່ງລົງໂທດ ຂອງ ອາເມລິກາ ​ເພື່ອຕ້ານອິຣານ.

ໃນວັນດຽວກັນ, ກະຊວງການເງິນ ອາເມລິກາ ໄດ້ປະກາດຂະຫຍາຍ ຂອບເຂດ ການນາບຂູ່ ທີ່​ຈະນຳໃຊ້ການລົງໂທດ ຂັ້ນສອງ ຕໍ່ກັບ ບັນດາ ອົງການຈັດ​ຕັ້ງ ແລະ ປະເທດທີ່ສືບຕໍ່ ທຸລະກຳກັບອິຣານ, ໂດຍສຸມໃສ່ 5 ຂົງເຂດ, ລວມມີ: ຊັບສິນເຕັກ​ນິກ ດີຈີຕອນ, ເຕັກໂນໂລຊີ, ຄຳ, ການບິນ ແລະ ການຂົນສົ່ງທາງທະເລ. ທ່ານ Scott Bessent ລັດຖະມົນຕີ ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ບັນດາ ມາດຕະການ ໃໝ່ ​ແມ່ນນອນ​ຢູ່ໃນ ບັ້ນຮົບເຊິ່ງ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາ​ເມ​ລິ​ກາ ເອີ້ນວ່າ "D-Day ເສດຖະກິດ", ແນ່ໃສ່ ແຍກ ອີຣານຕົກ​ຢູ່​ທ່າ​ໂດດ​ດຽວ​ທາງດ້ານການເງິນ ແລະ ຕັດຂາດ ບັນດາ ແຫຼ່ງກຳ​ລັງ ທີ່ຊ່ວຍໃຫ້ ເຕເຮຣານ ຮັກສາ ພື້ນຖານ ເສດຖະກິດ ໃນສະພາບ​ທີ່ການ​ປະ​ທະ​ກັນແກ່ຍາວ ເກືອບ 6 ເດືອນ.