![]() ເອກອັກຄະລັດຖະທູດ ຫງວຽນແທງຈູງ ທີ່ກອງປະຊຸມສະພາສິດທິມະນຸດ
ພາບ:doisongphapluat |
ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດວິສາມັນ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຢູ່ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນ ຢູ່ ເຊີແນວ ໄດ້ຕີລາຄາສູງການຄົ້ນຄ້ວາໂດຍຫ້ອງການຂ້າຫລວງໃຫຍ່ ສິດທິມະນຸດ ປະຕິບັດ ໄດ້ຖືວ່າ: ບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດສາທາລະນະສຸກ ກໍແມ່ນບັນດາບັນຫາຊື່ງຫວຽດນາມ ພວມປະເຊີນຫນ້າ. ໂດຍນອນໃນ ກຸ່ມ 5 ປະເທດ ຖືກຜົນກະທົບຫນັກຫນ່ວງສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຕາມການຄາດຄະເນ ແຕ່ນີ້ຮອດທ້າຍສັດຕະວັດທີ 21, ແຕ່ລະປີ ລະດັບເພີ່ມຂຶ້ນຂອງອຸນຫະພູມແມ່ນເພີ່ມແຕ່ 2-3 ອົງສາC, ເຮັດໃຫ້ລະດັບນ້ຳທະເລອາດຈະເພີ່ມຂຶ້ນປະມານ 1 ແມັດ ກໍ່ຄວາມເສຍຫາຍ 10% GDP. ຕໍ່ຫນ້າສິ່ງທ້າທາຍດັ່ງກ່າວ, ຫວຽດນາມ ເນັ້ນຫນັກຢ່າງແຮງວ່າ ບັນດາປະເທດຄວນເອົາໃຈໃສ່ປະສານສົມທົບບັນດາມາດຕະການຮັກສາສຸຂະພາບໃຫ້ແກ່ວົງຄະນາຍາ, ຄ້ຳປະກັນສະບຽງອາຫານ, ຮັບປະກັນດ້ານເຮືອນຢູ່, ການສຶກສາເຂົ້າໃນບັນດາໂຄງການ ແລະ ນະໂຍບາຍແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

.jpg)



