ພາບ:AFP/TTXVN |
ຕາມທ່ານ Baqeri ແລ້ວ, ບັນດາການກະທຳດ້ານການທະຫານຂອງອາເມລິກາ ໃນທົ່ວປະເທດອີຣັກ ແລະ ເຂດອ່າວເປີເຊຍ ພວມເພີ່ມຂຶ້ນໃນຊຸມວັນມໍ່ໆມານີ້.
ກ່ອນໜ້ານັ້ນ, ວັນທີ 1 ເມສາ, ປະທານາທິບໍດີອາເມລິກາ Donald Trump ຖືວ່າ ອີຣານ ຫຼືບັນດາກຳລັງສຳພັນທະມິດຂອງປະເທດນີ້ ພວມສ້າງແຜນການດຳເນີນບັ້ນບຸກໂຈມຕີ “ລັບຫຼັງ” ແນໃສ່ບັນດາພົນທະຫານ ແລະ ຊັບສົມບັດຂອງອາເມລິກາ ຢູ່ອີຣັກ, ແຕ່ວ່າ ໃນວັນທີ 2 ເມສາ, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດອີຣານ ໄດ້ປະຕິເສດຂໍ້ກ່າວຫາຂອງວໍຊິງຕັນ.







