ພະນັກງານການແພດດູແລຜູ້ຕິດເຊື້ອພະຍາດ Covid - 19 ຢູ່ອີຣານ (ພາບ: IRNA/TTXVN)

ໃນຖະແຫຼງການ, ທ່ານAbbas Mousavi ໂຄສົກກະຊວງການຕ່າງປະເທດ ອີີຣານ ເນັ້ນໜັກວ່າ ເຕເຮຣານ ຖືການປະຕິບັດກົນໄກ Instex ແມ່ນສັນຍານທີ່ດີ, ແຕ່ “ສິ່ງທີ່ ປະທານສາທາລະນະລັດ ອິດສະລາມ ມຸ່ງຫວັງແມ່ນບັນດາປະເທດເອີລົບປະຕິບັດບັນດາຄຳໝັ້ນສັນຍາຂອງ ເຂົາເຈົ້າຢ່າງຄົບຖ້ວນໃນຫຼາຍຂົງເຂດຄື ທະນາຄານ, ພະລັງງານ, ປະກັນໄພ”.

ອາທິດແລ້ວນີ້, ອັງກິດ, ຝລັ່ງ ແລະ ເຢຍລະມັນໃຫ້ຮູ້ວ່າ 3 ປະເທດນີ້ ໄດ້ປະຕິບັດການພົວພັນແລກປ່ຽນເປັນຄັ້ງທຳອິດຜ່ານກົນໄກ Instex, ເຊິ່ງອະນຸຍາດໃຫ້ຂົນສົ່ງບັນດາອຸປະກອນການແພດໄປຍັງ ອີຣານ - ເຊິ່ງເປັນປະເທດຕາເວັນອອກກາງພວມຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ Covid – 19.