ຜູ້ແຫ່ຂະບວນປະທ້ວງຢູ່ສະຖານທູດອາເມລິກາປະຈຳ ອີຣັກເພື່ອຄັດຄ້ານການບຸກໂຈມຕີທີ່ນອງເລືອດຂອງກອງທັບອາເມລິກາໃນທ້າຍອາທິດທີ່ຜ່ານມາ (ພາບ: ANI News) |
ຖະແຫຼງການຂອງກະຊວງການຕ່າງປະເທດອີຣັກ ໄດ້ຊີ້ແຈ້ງວ່າ ເຫດບຸກໂຈມຕີທາງອາກາດດັ່ງກ່າວຂອງ ອາເມລິກາໄດ້ລະເມີດ ອະທິປະໄຕຂອງ ອີຣານຢ່າງແຮງ ແລະ ໄປຝືນກັບບັນດາໜ້າທີ່ທີ່ໄດ້ຕົກລົງກັນຂອງ ສະຫະພາບ ສາກົນ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdul Mahdi ໄດ້ກ່າວປະນາມອາເມລິກາທີ່ສັງຫານທ່ານ Quasem Soleimani ຜູ້ບັນຊາການກອງກຳລັງ Quds ແລະ ທ່ານ Al – Husssaini ຜູ້ບັນຊາການກຳລັງ Hashed al-Shaabi ຂອງ ອີຣັກ ໃນເຫດບຸກໂຈມຕີທາງອາກາດດັ່ງກ່າວ.
ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດ ອີຣັກໄດ້ຮັບຮອງເອົາມະຕິສະບັບໜຶ່ງເຊິ່ງຮຽກຮ້ອງລັດຖະບານປະເທດນີ້ ຢຸດຕິການມີໜ້າຂອງບັນດາກຳລັງທະຫານຕ່າງປະເທດຢູ່ ດິນແດນຂອງ ປະເທດນີ້ ແລະ ຮັບປະກັນວ່າ ຈະບໍ່ມີກຳລັງຕ່າງປະເທດໃດໆມີສິດນຳໃຊ້ທີ່ດິນ, ນ່ານຟ້າ, ນ່ານທະເລຂອງ ອີຣັກ ບໍ່ວ່າດ້ວຍສາຍເຫດໃດ.




