ພາບຖ່າຍລູກສອນໄຟຂອງ ອີຣານ (ພາບ: Thedrive)

ໃນວັນດຽວກັນ, ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ຖະແຫຼງວ່າ ໃນເຫດບຸກໂຈມຕີໃສ່ຖານທີ່ໝັ້ນຢູ່ ອີຣັກ ແມ່ນບັ້ນຮົບໂຕ້ຕອບຂອງ ອີຣານ ເພື່ອແນໃສ່ໂຕ້ຕອບ ເລື່ອງ ອາເມລິກາ ເຂັ່ນຂ້ານາຍພົນ Qasem Soleimani. ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ກ່າວເຕືອນວ່າ ອາດຈະດໍາເນີນຫຼາຍເຫດບຸກໂຈມຕີຕື່ມອີກ ພາຍຫຼັງເຫດບຸກໂຈມຕີຍິງລູກສອນໄຟ ໃສ່ຖານທີ່ໝັ້ນກອງທັບອາກາດ Ain Al – Asad ຢູ່ ອີຣັກ, ເຊິ່ງເປັນບ່ອນນາຍທະຫານ ອາເມລິກາ ພວມປະຈໍາການຢູ່. ໃນຂະນະນັ້ນ, ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ກໍຈະມີບັນດາເຫດບຸກໂຈມຕີໂຕ້ຕອບຢູ່ດິນແດນ ອາເມລິກາ ກໍຄືບັນດານະຄອນ Dubai ຢູ່ ສະຫະລັດ ອາຣັບ ເອມມີເລດ ແລະ Haifa ຢູ່ ອິດສະຣາແອັນ.

ກໍໃນວັນທີ 7 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຢັ້ງຢືນວ່າ ວໍຊີງຕັນ ບໍ່ຢາກກໍ່ສົງຄາມກັບ ອີຣານ ແຕ່ກໍກຽມພ້ອມເພື່ອສິ້ນສຸດສົງຄາມ. ທ່ານ Mark Esper ເນັ້ນໜັກວ່າ:

“ພວກຂ້າພະເຈົ້າພວມຊອກຫາມາດຕະການທາງການທູດ ແຕ່ກ່ອນອື່ນໝົດ ອີຣານ ຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງລົງ. ສິ່ງດັ່ງກ່າວ ຈະຮຽກຮ້ອງໃຫ້ ອໍານາດການປົກຄອງ ອີຣານ ຕ້ອງນັ່ງເຈລະຈາ ດ້ວຍຈຸດປະສົງສະກັດກັ້ນການນອງເລືອດ ແລະ ຮຽກຮ້ອງໃຫ້ເຂົາເຈົ້າຢຸດຕິບັນດາການກະທໍາບໍ່ດີໃນທົ່ວພາກພື້ນ. ອາເມລິກາ ຍັງຊັ່ງຊາຕໍ່ເລື່ອງ ປຶກສາຫາລືກັບ ອີຣານ, ແຕ່ກຽມພ້ອມເພື່ອຕອບໂຕ້ຢ່າງແຮງ ເພື່ອປົກປ້ອງບັນດາຜົນປະໂຫຍດຂອງຕົນ”.

ພ້ອມກັນນັ້ນ, ຜູ້ນໍາໜ້າ ທໍານຽບ 5 ແຈ ກໍຖະແຫຼງວ່າ, ບັນດາກໍາລັງ ອາເມລິກາ ຈະບໍ່ຖອນຕົວອອກຈາກ ອີຣັກ, ໂດຍບໍ່ຫົວຊາຕໍ່ເລື່ອງ ທ້າຍອາທິດແລ້ວນີ້ ອີຣັກ ໄດ້ປ່ອນບັດ ເພື່ອຂັບໄລ່ກອງທັບ ອາເມລິກາ ອອກຈາກ ປະເທດ ຕາເວັນອອກກາງນີ້.

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ