ໃນຂະນະນັ້ນ, ເວັບໄຊທີ່ຕິດຕາມກ່ຽວກັບຂໍ້ມູນໃນການເດີນທະເລ Refinitv ໃຫ້ຮູ້ວ່າ: ກ່ຳປັ່ນ Mesdar ໄດ້ມຸ່ງໜ່າໄປສູ່ເຂດທະເລຂອງ ອີຣານ ໃນຕອນບ່າຍວັນທີ 19 ກໍລະກົດ ແຕ່ຫລັງຈາກນັ້ນ ໄດ້ປ່ຽນເສັ້ນທາງເດີນ.
ດ້ວຍແຈ້ງການໃໝ່ສຸດຄືດັ່ງກ່າວ, ປັດຈຸບັນ, ອີຣານ ພວມກັກກ່ຳປັ່ນ Stena Impero ຂອງ ອັງກິດ. ປັດຈຸບັນ, ກ່ຳປັ່ນລຳດັ່ງກ່າວພວມຈອດຢູ່ທ່າຈອດກ່ຳປັ່ນແຫ່ງໜຶ່ງຂອງ ອີຣານ ເພື່ອກວດກາ. ແລະກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ໄດ້ປະກາດກ່ຽວກັບເລື່ອງ ອີຣານ ກັກກ່ຳປັ່ນ Stena Impero.




