ພາບປະກອບ

ເມື່ອແບ່ງປັນທີ່ການປະຊຸມ, ທ່ານ ຕະຮ່ວາງລິງ - ຫົວໜ້າກົມທະວີບ ເອີຣົບ, ທະວີບອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ພາຍຫລັງມີຂ່າວຄາວກ່ຽວກັບບາງຄູ່ຮ່ວມມືຂອງ ເອີຣົບ ແລະ ອາເມລິກາ ປະກາດຢຸດຕິການນຳເຂົ້າສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ທາງກົມໄດ້ເຮັດວຽກກັບຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ສະຖານທູດ ອາເມລິກາ. ເພື່ອເຮັດແຈ້ງເລື່ອງ ລັດຖະບານ ອາເມລິກາ ພວມນຳໃຊ້ ນະໂຍບາຍຢຸດຕິການນຳເຂົ້າຊົ່ວຄາວບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ຢັ້ງຢືນວ່າ:

ຂ້າພະເຈົ້າຢັ້ງຢືນວ່າ ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງ. ສະຖານູດ ຫວຽດນາມ ປະ ອາເມລິກາ ໄດ້ຕິດຕໍ່, ແລກປ່ຽນກັບບັນດາອົງການສຳນັກງານີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ໄດ້ຮັບຮູ້ຢ່າງເປັນທາງການວ່າ: ລັດຖະບານ ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິຊົ່ວາວການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.