ທ່ານນາງລັດຖະມົນຕີກະຊວງການເງິນ ອິນເດຍ Nirmala Sitharaman ໃຫ້ຂໍ້ສັງເກດວ່າ ແຜນການນີ້ ຈະຊ່ວຍໃຫ້ພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຂອງ ອາຊີ ມີທີ່ຕັ້ງໃນລະບົບການເງິນສາກົນ. ທ່ານນາງ Nirmala Sitharaman ເນັ້ນໜັກວ່າ: ຮອດຈຸດເວລາແລ້ວທີ່ ອິນເດຍ ບໍ່ພຽງແຕ່ເຊື່ອມໂຍງເຂົ້າກັບລະບົບມູນຄ່າການຜະລິດສິນຄ້າ ແລະ ການບໍລິການທົ່ວໂລກເທົ່ານັ້ນ, ຫາກຍັງກາຍເປັນສ່ວນໜຶ່ງຂອງລະບົບການເງິນທົ່ວໂລກອີກດ້ວຍ.