(ພາບ: TTXVN)
ທຸກໆ ຜົນງານ ທີ່ນະຄອນ ໂຮ່ຈີມິນ ບັນລຸໄດ້, ຄຽງຂ້າງຄວາມເປັນເອກະພາບ ເປັນຈິດໜຶ່ງໃຈດຽວ, ຄວາມຮ່ວມແຮງຮ່ວມໃຈ ຂອງອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດແລ້ວ, ຍັງມີ ການສະໜັບສະໜູນ, ການຮ່ວມເດີນທາງ ແລະ ການຊ່ວຍເຫຼືອຈາກເພື່ອນມິດເປັນຈຳນວນຫຼວງຫຼາຍໃນນປະຊາຄົມ ສາກົນອີກດ້ວຍ. ນັ້ນແມ່ນ ຄຳຢັ້ງຢືນ ຂອງທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ, ໃນງານລ້ຽງ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026), ທີ່ຈັດຂຶ້ນ ໃນຕອນຄ່ຳ ຂອງວັນທີ24 ສິງຫາ ຢູ່ ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນວັນເດືອກ ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ຮັບຮູ້ວ່າ ເພື່ອປະຕິບັດ ບັນດາເປົ້າໝາຍ, ໜ້າທີ່ການພັດທະນາ ແລະ ວິໄສທັດ ທີ່ໄດ້ວາງອອກໃຫ້ໄດ້ນັ້ນ, ພ້ອມກັບການ ການເສີມຂະຫຍາຍກຳລັງພາຍໃນ, ການເປີດກວ້າງວຽກງານພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າສາກົນ ຍາມໃດກໍມີ ຄວາມໝາຍສຳຄັນພິເສດ.
ຕາງໜ້າ ຄະນະກົງສຸນ ຢູ່ ນະຄອນ ໂຮ່ຈີມິນ, ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ໄທ ປະຈຳ ນະຄອນ ໂຮ່ຈີມິນ, ຫວັງຢ່າງຍິ່ງວ່າ ຈະສືບຕໍ່ ສົມທົບກັນຢ່າງແໜ້ນແຟ້ນກັບ ລັດຖະບານ ຫວຽດນາມ ແລະ ການນຳ ນະຄອນ ໂຮ່ຈີມິນ ; ກໍ່ຄືຍາມໃດກໍ່ກຽມພ້ອມປະກອບສ່ວນ ເຂົ້າ ວິວັດແຫ່ງການ ເຊື່ອມໂຍງກັບສາກົນ ຂອງນະຄອນ, ພ້ອມທັງ ຊຸກຍູ້ ການຮ່ວມມື ໃນບັນດາຂົງເຂດ ການຄ້າ ແລະ ການລົງທຶນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພັດທະນາ ແບບຍືນຍົງ, ນະວັດຕະກຳ ແລະ ການພົບປະແລກປ່ຽນ ປະຊາຊົນໃຫ້ຫຼາຍກວ່າອີກ.




