ວັນ​ທີ 24 ສິງ​ຫາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ຫຼາຍ​ມາດ​ຕະ​ການ​ລົງ​ໂທດ​ເສດ​ຖະ​ກິດ​ໃໝ່​ທີ່​ເລັ່ງ​ໃສ່ ອີ​ຣານ, ຖະ​ແຫຼງວ່າ​ຈະທຳ​ລາຍ ອີ​ຣານ ດ້ວຍ​ວິ​ທີ​​ປິດ​ລ້ອມດ​້​ານເສດ​ຖ​ະ​ກິດ. ນີ້​ແມ່ນ​ການ​ຜັນ​ແປ​ປິນ​ຂ​ັ້ນ​ໄດ​ຫຼ້າ​ສຸດ​ຂອງ​ການ​ປະ​ທະ​ກັນ ອາ​ເມ​ລິ​ກາ - ອີ​ຣານ, ມີ​ຄວາມ​ສ່ຽງ​ຈະກໍ່​ໃຫ້​ເກີດ​ບັນ​ດາຜົນ​ຕາມ​ມາ​ດ້ານ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ ບໍ່​ພຽງ​ແຕ່ ​ໃຫ້​ແກ່ອີ​ຣານ ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ແກ່ພາກ​ພື້ນ ຕາ​ເວັນ​ອອກ​ກາງ ແລະ ໂລກ​ອີກ​ດ້ວຍ.

ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ໃໝ່ທີ່​ເລັ່ງ​ໃສ່ ອ​ີ​ຣານ ໂດຍ​ທ່ານ Scott Bessent, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ປະ​ກາດ ພາຍ​ຫຼັງ ​ທີ່​ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງ​ບຸກ​ລະ​ດົມ​ສົງ​ຄາມ​ດ້ານ​ເສດ​ຖະ​ກິດຂະ​ໜາດ​ໃຫຍ່​​ທີ່ບໍ່​ເຄ​ີຍ​ມີ​ມາ​ກ່ອນ 5 ວັນ.

ແນວ​ຮົບ​ໃໝ່

ຕາມ​ບັນ​ດາ​ເນື້ອ​ໃນ​ເຊິ່ງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ Scott Bessent ປະ​ກາດ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 24 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ອາ​ເມ​ລິ​ກາ ເປີດກວ້າງ​ຂອບ​ເຂດ​​ນາບ​ຂູ່ດ້ວຍການ​ລົງ​ໂທດ​​ຂັ້ນ​ສອງ​ສຳ​ລັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ບັນ​ດາ​ປະ​ເທດ​ທີ່ສືບ​ຕໍ່​ມີ​ການ​ພົ​ວ​ພັນ​​ທຸ​ລະ​ກຳ​ກັບ ອີ​ຣານ, ໂດຍ​ສຸມ​ໃສ່ 5 ຂົງ​ເຂດ, ລວມ​ມີ: ຊັ​ບ​ສິນ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຊີ, ຄຳ, ການ​ບິນ ແລະ ການ​ຂົນ​ສົ່ງ​ທາງ​ທະ​ເລ. ພ້ອມ​ກັນ​ນັ້ນ, ອາ​ເມ​ລິ​ກາ ກໍ່​ລົງ​ໂທດໃໝ່​ສຳ​ລັບ 60 ບຸກ​ຄົນ, ບໍ​ລິ​ສັດ ແລະ ກຳ​ປັ່ນ​ທີ່​ຖືກ​ສົງ​ໄສວ່າ​ໄດ້ຊ່ວຍ​ ອີ​ຣານ ​ມີ​ລາຍ​ຮັ​ບ​ຈາກ​​ນ້ຳ​ມັນ, ຊື້ອາ​ວຸດ… ທ່ານ​ໃຫ້​ຮູ້​ວ່າ, ບັນ​ດາ​ມາດ​ຕະ​ການ​ໃໝ່​ນອນ​ໃນ​ບັ້ນເຄື່ອນ​ໄຫວ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເອີນ​ວ່າ “D-Day ເສດ​ຖະ​ກິດ”, ​ເພື່ອແນ​ໃສ່​ປິດ​ລ້ອມ​ດ້ານ​ການ​ເງິນຂອງ ອີ​ຣານ ແລະ ຕັດ​ບັນ​ດາ​ແຫຼ່ງ​ກຳ​ລັງ​ທີ່ຊ່ວຍ​ເຕ​ເຮ​ຣານ ຮັກ​ສາ​​ພື້ນ​ຖານເສດ​ຖະ​ກິດ​ໃນ​ສະ​ພາບທີ່​ການ​ປະ​ທະ​ກັນ​ແກ່​ຍາວ​ເປັນ​ເວ​ລາ​ເກືອບ 6 ເດືອນ.

“ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ກຳ​ນົດໄລ​ຍະເວ​ລາ​ລະ​ອ​ຽດ​ເພື່ອ​ຢຸ​ດ​ຕິບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ແລ້ວ. ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ມີ​ການ​ປະ​ທຳ, ພວກ​ຂ້າ​ພ​ະ​ເຈົ້າ​ຈະ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ພຽ​ງ​ລຳ​ພັງ​ຝ່າຍ​ດຽວ​ຜ່ານ​ສິດ​ອຳ​ນາດ​ຂອງ​ກະ​ຊວງ​ການ​ເງິນ. ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ແຈ້ງວ່າ: ​ບໍ່​ວ່າ​ປະ​ເທດ​ໃດ​ໜູ​ນ​ຊ່ວຍ​ການຄື່ອນ​ໄຫວເ​ຟອກ​ເງິນ​ຕາງ​ໜ້າໃຫ້ ອີ​ຣານ ກໍ່ຈະ​ຖືກ​​ປັດ​ເຂ່ຍ​ອອກ​ຈາກ​ລະ​ບົບ​ທຸ​ລະ​ກຳດ້ວຍ​ສະ​ກຸນ​ເງິນ USD”.

​ປະ​ຕິ​ກິ​ລິ​ຍາ​ຕໍ່ສົງ​ຄາມ​ດ້ານ​ເສ​ດ​ຖະ​ກິດ​ຢ່າງ​ຮອບ​ດ້ານ​ຄັ້ງໃໝ່​ຈາກ ວໍ​ຊ​ິງ​ຕັນ, ​ໃນ​ຫຼາຍມື້​ຜ່ານ​ມາ, ອຳ​ນາດ​ການ​ປົກ​ຄອງ ອີ​ຣານ ຢືນ​ຢັນ​ວ່າ ປະ​ເທດນີ້​ໄດ້​ກະ​ກຽມ​ໃຫ້​ທຸກ​ແຜນ​ການ​ເພື່ອ​ຮັບ​ມື​ແລ້ວ. ທ່ານ Ali Madanizadeh, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ແລະ ການ​ເງິນ ອີ​ຣານ, ຖະ​ແຫຼງວ່າ:

“ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ກຳ​ລັງ​ທັງ​ໝົດ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທົດ​ສອບຄວາມ​ຕັດ​ສິນ​ໃຈ​ຂອງ​ປະ​ຊາ​ຊົນ ກໍ​ຄື​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ ອີ​ຣານ, ແລະ ​​ເທື່ອໃດ​ເຂົາ​ເຈົ້າ​ກໍ່​ຖ​ືກ​ປະ​ລາ​ໄຊ. ເບິ່ງ​ຄື​ວ່າ​ປະ​ຈຸ​ບັນ​ເຂົາ​ເຈົ້າ​ສືບ​ຕໍ່ທົດ​ສອບ​ເພື່ອ​ຖືກ​ຮັບ​ປະ​ລາ​ໄຊ​ອີກ​ເທື່ອ​ໜຶ່ງ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄາດ​ຄະ​ເນ​ໄວ້​ກ່ອນແລ້ວ ແລະ ກຳ​ແໜ້ນ​ບັນ​ດາ​ແຜນ​ການ​ຂອງ​ເຂົາ​ເຈົ້າ. ລັດ​ຖະ​ບານ ອີ​ຣານ ​ໄດ້ມີ​ແຜນ​ການ​ໃນ​ໄລ​ຍະ 2 ປີ ແລະ ກຽມ​ພ້ອມ, ກໍ່​ຄື​​ໄດ້​ກະ​ກຽມ​ຢ່າງ​ລະ​ອຽດ​ລະ​ອໍ​ເພື່ອ​ຮ​ັບ​ມື​ກັບ​ການ​ຜັນ​ແປນີ້”.

ວັນ​ທີ 22 ສິງ​ຫາ, ທ່ານ Masoud Perezshkian, ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໃຫ້​ຮູ້​ວ່າ, ປະ​ເທດນີ້​ພວມຢູ່​ໃນ​ສະ​ພາບ​ສົງ​ຄາມ​​ຮອບ​ດ້ານ ບໍ່​ພຽງ​ແຕ່​ທາງ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​​ນັບ​ທັງ​ດ້ານ​ການ​ທະ​ຫານ ແລະ ຄວາມ​ໝັ້ນ​ຄົງ​ອີກ​ດ້ວຍ. ສານ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ອີ​ຣານ ພ້ອມ​ແລ້ວ​ຈະ​ໂຕ້​ຕອບ​ດ້ວຍ​ທຸກວິ​ທີ, ນັບ​ທັງ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະ​ຫານ, ແນ​ໃສ່ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສົງ​ຄາມ​ເສດ​ຖະ​ກິດ​ຮອບ​ດ້ານ​ເຊິ່ງ ອາ​ເມ​ລິ​ກາ ບຸກ​ລະ​ດົມເພື່ອ​ເລັ່ງ ອີ​ຣ​ານ.

ປະ​ຕິ​ກິ​ລິ​ຍາ​ໃດ​ທີ່​ມາຈາກ​ຝ່າຍ​ທີ່ສາມ?

​ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ​, ພ້ອມ​ກັບ​ການ​ຕ້ານ​ທານ​​ຢ່າງ​ທົນ​ທານ​ຂອງ ອີ​ຣານ ແລ້ວ, ການໄຊ​ຊະ​ນະ - ປະ​ລ​າ​ໄຊ​ ຂອງບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​​ຄັ້ງໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ຂຶ້ນ​ກັບ​ປະ​ເທດ​ຈຳ​ນວນ​ໜຶ່ງ, ພິ​ເສດ​ແມ່ນ ຈີນ, ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ທີ 2 ຂອງ​ໂລກ ແລະ ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ ອີ​ຣານ ເມື່ອ​ໄດ້​ຮັບ​ຖື​ວ່າ ໄດ້​ຊື້ປະ​ລິ​ມານ​ນ້ຳ​ມັນ​ສົ່ງ​ອອກ​ 80% ຂອງ​ປະ​ເທດນີ້. ວັນ​ທີ 21 ສິງ​ຫາ, ທ່ານ ລິນ​ແຈນ, ໂຄ​ສົກ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຈີນ, ຖະ​ແຫຼງວ່າ:

“ຈີນ​ ຄັດ​ຄ້ານ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ພຽງ​ລຳ​ພັງ​ຝ່າຍດຽວທີ່​ຜິດ​ກົດ​ໝາຍ, ຂາດ​ຫຼັກ​ຖານ​ໃນ​ກົດ​ໝາຍ​ສາ​ກົນ ແລະ ບໍ່​ມີ​ການມອບ​ສິດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົ​ງ​ສະ​ຫະ​ປະ​ຊາ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​​ຈົ່ງມີ​ການ​ກະ​ທຳ​ດ້ວຍຄວາມ​ຮັບ​ຜິດ​ຊອບ ແລະ ຢືດ​ໝັ້ນ​ແກ້​ໄຂ​ບັນ​ຫາ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ເມືອງ ແລະ ການ​ທູດ”.

Andrew Miller, ນັກ​ຊ່ຽວ​ຊານ​ຂັ້ນ​ສູງ​ຢູ່​ສູນເພື່ອ​ຄວາມ​ກ້າວ​ໜ້າ​ຂອງ ອາ​ເມ​ລິ​ກາ (Center for American Progress), ໃຫ້​ຂໍ້​ສັງ​ເກດ​ວ່າ ເລື່ອງ ອາ​ເມ​ລິ​ກາ ປະ​ກາດ​ບັນ​ດາ​ມາດ​ຕ​ະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຄັ້ງ​ໃໝ່​ແນ​ໃສ່ ອີ​ຣານ ແລະ ບັນ​ດາ​ປະ​ເທດ​ມີ​ການ​ແລກ​ປ່ຽນ​ການ​ຄ້າ​ກັບ​ປະ​ເທດນີ້ ໄດ້​ຢືນ​ຢັນ​ຄວາມ​ຈິງ​ທີ່​ຈະ​ແຈ້ງວ່າ, ​ການ​ປ​ະ​ທະ​ກັນ​ນີ້ບໍ່ສາ​ມາດ​ຊ່ວຍ​ໃຫ້ ອາ​ເມ​ລິ​ກາ ຫຍັບ​ເຂົ້າ​ໃກ້​ກັບ​ເປົ້າ​ໝາຍ​ລົບ​ລ້າງ​ໂຄງ​ການ​ນິວ​ເຄ​ຼຍ ຫຼື ເຮັດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຂອງ ອີ​ຣານ ອ່ອນເພຍ​ລົງ, ແລະ ເຖິງວ່າ​ບັນ​ດາ​​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ສາ​ມາດນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ, ແຕ່​ຍາກ​ຫຼາຍ ​ແລະ​ບາງ​ເທື່ອ​ຈະ​ພາ​ໄປ​ເຖິງ​ມາ​ດ​ຕະ​ການ​ແກ້​ໄຂ​ທີ່ວ່ອງ​ໄວ ແລະ ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່ອ​າ​ເມ​ລິ​ກາ.