ໃນຕອນແລງຂອງມື້ວານນີ້ (24/8), ຢູ່ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບທ່ານສາດສະດາຈານ ເຈີ່ນທັນເວິນ, ປະທານສະມາຄົມ ວິທະຍາສາດ "ພົບປະ ຫວຽດນາມ", ຜູ້ອຳນວຍການ ສູນສາກົນ ວິທະຍາສາດ ແລະ ການສຶກສາ ລະຫວ່າງຂະແໜງການ (ICISE), ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກດັນຫຼັກ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່. ພັກ, ລັດ ແລະ ລັດຖະບານຍາມໃດກໍ ເຄົາລົບ, ຮັບຟັງຄຳເຫັນປະກອບ, ສືບຕໍກວດກາ, ປັບປຸງ, ເພີ່ມເຕີມ ແລະ ບູລະນະລະບົບນະໂຍບາຍ ທີ່ກ່ຽວຂ້ອງ ໃຫ້ສົມບູນແບບ ພ້ອມທັງ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອໃຫ້ ບັນດາຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມ ທີ່ພວມອາໄສຢູ່ຕ່າງປະເທດ ສືບຕໍ່ ປະກອບສ່ວນເຂົ້າໃນການ ພັດທະນາ ປະເທດຊາດ.
ສ່ວນທ່ານສາດສະດາຈານ ເຈີ່ນແທັງເວິນ ໄດ້ສະເໜີໃຫ້ ບັນດາອົງການສືບຕໍ່ ສະໜັບສະໜູນ ເພື່ອໃຫ້ສູນ, ສະຖາບັນ ແລະ ສ່ວນຕົວທ່ານເອງມີບັນດາກິດຈະກຳ ທີ່ມີປະສິດທິຜົນກວ່າເກົ່າ, ໂດຍສະເພາະ ແມ່ນການເຊື່ອມຕໍ່ ບັນດານັກວິທະຍາສາດ ສາກົນ, ຈັດຕັ້ງ ບັນດາເຫດການວິທະຍາສາດ, ໜູນຊ່ວຍ ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດໜຸ່ມ. ທ່ານສາດສະດາຈານໃຫ້ຮູ້ວ່າ ບັນດາອົງການວິທະຍາສາດ ເຕັກໂນໂລຊີ ຫວັງຢ່າງຍິ່ງ ຈະໄດ້ຮັບການຄຸ້ມຄອງ ແລະ ໜູນຊ່ວຍ ບົນພື້ນຖານເສີມຂະຫຍາຍ ຈິດໃຈເປັນເຈົ້າການ, ປະດິດສ້າງ, ເຄື່ອນໄຫວ ຕາມກົດໝາຍ ແລະ ຕີລາຄາໂດຍອີງຕາມ ໝາກຜົນສົ້ນອອກ ເພື່ອບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່ກວ່າ, ປະກອບສ່ວນ ເຂົ້າໃນການ ພັດທະນາ ປະເທດຊາດ.




