ຕອນເຊົ້າວັນທີ 25 ສິງຫາ, ທ່ານ ເຈິ່ນເກິ້ມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູງກາງພັກກອມມູນິດຫວຽດນາມ ແລະ ທ່ານ Chan Chun Sing ຮອງເລຂາທິການໃຫຍ່ ພັກກະທຳເພື່ອປຊະຊົນ(PAP), ລັດຖະມົນຕີກະຊວງປະສານງານການບໍລິການສາທາລະນະ, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ ໄດ້ເປັນປະທານຮ່ວມການເຈລະຈາຍຸດທະສາດ ຫວຽດນາມ ສິງກະໂປຄັ້ງທີໜຶ່ງດ້ວຍຫົວຂໍ້ “ຮ່ວມກັນມຸ່ງໄປເຖິງອະນາຄົດສ້າງຄວາມເຂັ້ມແຂງດ້ວຍຕົນເອງ: ນຳການຮ່ວມມືເຊື່ອມຕໍ່ກັບເຕັກໂນໂລຢີ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ສິງກະໂປຂຶ້ນສູ່ລະດັບສູງໃໝ່”. ໃນຂອບເຂດການເຈລະຈາ, ດ້ວຍສອງເນື້ອໃນ “ນຳພາເພື່ອອະນາຄົດ: ພັດທະນາ ແຫລ່ງຊັບພະຍາກອນມະນຸດກຽມພ້ອມໃຫ້ແກ່ອະນາຄົດ” ແລະ ສ້າງຮູບແບບການຮ່ວມມືດ້ານເຕັກໂນໂລຢີໃໝ່: ມຸ່ງໄປເຖິງພື້ນນະວັດຕະກຳລວມ”, ບັນດາບົດປາໄສຂອງສອງຝ່າຍໄດ້ສຸມໃສ່ ແລກປ່ຽນກ່ຽວກັບສອງບັນຫາທີ່ມີບົດບາດ, ຄວາມໝາຍຍຸດທະສາດຕໍ່ການພັດທະນາຂອງສອງປະເທດ, ບຳລຸງສ້າງພະນັກງານ, ພັດທະນາມະນຸດ ແລະ ຍົກສູງຄວາມສາມາດ, ເຊື່ອມຕໍ່ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ.
ສອງຝ່າຍໄດ້ເຫັນດີເປັນເອກະພາບນຳການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບຳລຸງສ້າງພະນັກງານກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການຮ່ວມມືລະຫວ່າງສອງພັກ, ມຸ່ງໄປເຖິງການສ້າງຖັນແຖວພະລັກງານມີຈິນຕະນາການຍຸດທະສາດ, ມີຄວາມສາມາດຄຸ້ມຄອງບໍລິຫານທີ່ທັນສະໄໝ, ມີຄວາມສາມາດວາງນະໂຍໂບາຍ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ທ່ານເຈິ່ນເກິມຕູ ສະເໜີຜັນຂະຫຍາຍການປະຕິບັດຖະແຫຼງການຮ່ວມສອງປະເທດ ກ່ຽວກັບຍຸດທະສາດເຊື່ອມຕໍ່ເຕັກໂນໂລຢີ ຫວຽດນາມ - ສິງກະໂປ ດ້ວຍວິໄສທັດໄລຍະຍາວ, ສຸມໃສ່ເຮັດແຈ້ງບັນດາມາດຕະການ, ກົນໄກຫັນເປັນດີເປັນເອກະພາບ ແລະ ຜັນຂະຫຍາຍຍຸດທະສາດເຊື່ອມຕໍ່ເຕັກໂນໂລຢີ ໄລຍະ 2026 - 2030 ໂດຍໄວ. ຮູບແບບການຮ່ວມມືໃໝ່ຕ້ອງເສີມຂະຫຍາຍໄດ້ບົດບາດຂອງລັດ, ວົງການນັກວິທະຍາສາດ ແລະ ວິສາຫະກິດ, ເປົ້າໝາຍບໍ່ພຽງແຕ່ຢຸດຢູ່ການດຶງດູດການລົງທຶນຫຼື ການຖ່າຍທອດເຕັກໂນໂລຢີເທົ່ານັ້ນຫາກ ມຸ່ງໄປເຖິງການພ້ອມກັນຄົ້ນຄ້ວາ, ພ້ອມກັນພັດທະນາ, ເປັນເຈົ້າເຕັກໂນໂລຢີເທື່ອລະກ້າວ, ສ້າງຜະລິດຕະພັນ ແລະ ຄຸນຄ່າໃໝ່ອີກດ້ວຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເຈິ່ນເກິມຕູ້ ກຳມະການກົມການເມືອງ, ຜູ້ປະຈຳການຄະນເລຂາທິການໄດ້ພົບປະກັບທ່ານ Tharman Shanmugaratnam ປະທານາທິບໍດີ ສິງກະໂປ .





