ລາຍການດັ່ງກ່າວ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນແຮງງານ ຫວຽດນາມ, ສູນກາງສະພາກາແດງ ຫວຽດນາມ ສົມທົບກັບຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຫາຍເຢືອງ ຈັດຕັ້ງ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ (ພາບ: VGP)

ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ: ພັກ, ລັດຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຊາວຜູ້ອອກແຮງງານດ້ວຍແຜນນະໂຍບາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.

ແລະກໍ່ໃນຕອນບ່າຍວັນທີ 13 ມັງກອນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມດ້ວຍຄະນະປະຕິບັດງານກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດຢູ່ເມືອງ ດຶກຮ່ວາ, ແຂວງ ລອງອານ.