|
(ພາບ: VGP) |
ຕອນເຊົ້າວັນທີ 09 ທັນວາ, ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ໄດ້ວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ ແລະ ໄປວາງພວງມາລາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູຸ່ຖະໜົນ ບັ໊ກເຊີນ. ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ແລະ ບັນດາການນຳພັກ, ລັດ ພ້ອມກັບບັນດາຜູ້ແທນເຊິ່ງແມ່ນແບບຢ່າງດີເດັ່ນໃນບັນດາຂະບວນການແຂ່ງຂັນຮັກຊາດໄລຍະ 2015 – 2020.
ໃນຕອນເຊົ້າວັນທີ 09 ທັນວາ, ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ໄດ້ດຳເນີນວາລະປະຊຸມຈັດກຽມ.






