ທ່ານ Hong Nam-ki ຮອງນາຍົກລັດຖະມົນຕີ, ຮັບຜິດຊອບເສດຖະກິດ (ພາບ: Yonhap) |
ທ່ານຮອງນາຍົກລັດຖະມົນຕີ Hong Nam-ki ໄດ້ຍົກອອກ ຂໍ້ສັງເກດທີ່ມີຄວາມປະເອີບໃຈກ່ຽວກັບ ຄວາມສາມາດທີ່ວ່າ ອາເມລິກາ ແລະ ອີຣານພວມຫຼຸດຜ່ອນຄວາມເຄັ່ງຕຶງທາງການທະຫານລົງ. ທ່ານກໍ່ໃຫ້ຮູ້ວ່າ ເປົ້າໝາຍຂອງ ລັດຖະບານ ສ.ເກົາຫຼີ ໃນໄລຍະຈະມາເຖິງ ແມ່ນຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ, ຫຼຸດຜ່ອນບັນດາຜົນກະທົບຂອງການຂາດສະຖຽນລະພາບຢູ່ພາກຕາເວັນອອກກາງ ທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳສຸດ. ປັດຈຸບັນ, ລັດຖະບານ ສ.ເກົາຫຼີ ພວມຜັນຂະຫຍາຍການຮັບມືຄື ຈັດຕັ້ງກອງປະຊຸມລັດຖະມົນຕີທີ່ມີສ່ວນກ່ຽວຂ້ອງ ແລະ ກອງປະຊຸມການເງິນເສດຖະກິດມະຫາພາກຂັ້ນຮອງລັດຖະມົນຕີ …








