ໂດຍ​ເປັນ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ໃຫຍ່​ອັນ​ດັບ​ທີ 7 ໃນ​ໂລກ, UAE ໄດ້​ອອກ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ​ວ່າ ຈະ​ຖອນ​ຕົວ​ອອກ​ຈາກ OPEC ພາຍຫຼັງ​ເວ​ລາກວ່າ 5 ທົດ​ສະ​ວັດ. ຂໍ້​ຕົກ​ລົງ​ນີ້ ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 1 ພຶດ​ສະ​ພາ. ພ້ອມ​ດຽວ​ກັນ​ນັ້ນ, UAE ​ກໍ່ໄດ້​ຖອນ​ຕົວ​ອອກ​ຈາກ​ບັນ​ດາ​ພັນ​ທະ​ໃນ​ຂອບ​ເຂດ​ສຳພັນ​ທະ​ມິດ OPEC+, ​ເຊິ່ງ​ລວມ​ທັງ​ບັນ​ດາ​ປະ​ເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ OPEC ໂດຍ ລັດ​ເຊຍ ນຳ​​ໜ້າ.

ທ່ານ​ລັດ​ຖະ​ມົນ​ຕີ Al Mazrouei ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ໄດ້​ຮັບ​ການຊັ່ງ​ຊາ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ເລີ່ມ​ຈາກ​ວິ​ໄສ​ທັດ​ຍຸດ​ທະ​ສາດ ແລະ ເສດ​ຖະ​ກິດ​ໄລ​ຍະ​ຍາວ, ໂດຍ​ບໍ່​ມີ​ຄວາມ​ໝາຍ​ທາງ​ການ​ເມືອງ​ແຕ່​ຢ່າງ​ໃດ. ເລື່ອງ​ຖອນ​ຕົວ​ອອກ​ຈາກ OPEC ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ຊ່ວຍ​ໃຫ້ UAE ມີ​ຄວາມ​ໄຫວ​ພິບ​ ແລະ ​ມີຄວາມ​ສາ​ມາດ​ຮັບ​ມື​ທີ່​ດີກວ່າ ໃນ​ການ​ຄຸ້ມ​ຄອງ​ຕ​ະຫຼາດ​ນ້ຳ​ມັນ​ບໍ່, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ທົ່ວ​ໂລກ​ຖືກ​ຫຼຸດ​ລົງ ຍ້ອນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ແລະ ອີ​ຣານ. ນີ້​ກໍ​ແມ່ນ​ສ່ວນ​ໜຶ່ງ​ໃນ​ແຜນ​ການ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ສິດ​ເປັນ​ເຈົ້າ​ຍຸດ​ທະ​ສາດ, ຫຼຸດ​ຜ່ອນ​ການ​ເອື່ອຍ​ອີງ​ໃສ່​ບໍ່​ວ່າ​ສຳ​ພັນ​ທະ​ມິດ​ໃດ.