|
ທ່ານປະທານາທິບໍດີ Vladimir Putin ແລະ ທ່ານ ປະທານາທິບໍດີຕວັກກີ Recep Tayyip Erdogan (ພາບ: AFP/TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 2 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ເນັ້ນໜັກວ່າ ລັດເຊຍຖືເປັນສຳຄັນການຮ່ວມມືກັບ ຕວັກກີ. ປັດຈຸບັນສອງຝ່າຍພວມຮັກສາບັນດາຊ່ອງທາງພົວພັນຕິດຕໍ່ເປີດກໍ່ຄືພວມສຸມໃສ່ກະກຽມໃຫ້ແກ່ການພົບປະເຈລະຈາຈະມາເຖິງລະຫວ່າງການນຳສອງທ່ານ.
ແລະກໍ່ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ຕວັກກີໄດ້ອອກແຈ້ງການໂດຍຊີ້ແຈ້ງວ່າ ທ່ານ ປະທານາທິບໍດີ Erdogan ຄາດວ່າ ຈະມີການຢ້ຽມຢາມ ລັດເຊຍໃນວັນທີ 5 ມີນາ ແລະ ພົບປະເຈລະຈາກັບຄູ່ຕຳແໜ່ງ Vladimir Putin. ທ່ານ Erdogan ຫວັງວ່າ ສອງປະເທດອາດຈະບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ຊີຣີ.






