ຕອນ​ຄ່ຳ​ວັນ​ທີ 28 ກັນ​ຍາ, ສື່ມວນ​ຊົນແຫ່ງ​ລັດ ອີ​ຣານ ໃຫ້​ຮູ້​ວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອີ​ຣານ ຄາດ​ວ່າ​ຈະ​ມີ​ການ​ແລກ​ປ່ຽນ​ຢູ່ ນິວຢອກ (ອາ​ເມ​ລິ​ກາ) ກັບ​ບັນ​ດາ​ຜູ້​ເປັນ​ກາງ​ໄກ່​ເກ່ຍ ກ່ຽວ​ກັບ​ບັນ​ຫາ​ຊ່ອງ​ແຄບ​ທະ​ເລ Homuz, ກໍ່​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ອາ​ເມ​ລິ​ກາ ອີ​ຣານ. ສຳ​ນັກ​ຂ່າ​ວ​ສານ ISNA ຂອງ ອີ​ຣານ ​ຮັບ​ຮູ້​ວ່າ ທ່ານ Abbas Araghchi ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີີີ​ຣານ ຈະພຽງ​ແຕ່​ພົບ​ປະ ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ຜູ້​ເປັນ​ກາງ, ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າ​ອາ​ເມ​ລິ​ກາ. ຈຸດ​ສຸມ​ຂອງ​ການ​ປຶກ​ສາ​ຫາ​ລື​ແມ່ນ​ຂໍ້​ສະ​ເໜີ​ຂອງ ອີ​ຣານ ກ່ຽວ​ກັບ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ Homuz ແລະ ອະ​ນາ​ຄົດ​ຂອງ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ ອີ​ຣານ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ ໃຫ້​ຮູ້​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ໄດ້​ຕິດ​ຕໍ່​ກັບ​ບັນ​ດາ​ຜູ້​ເປັນ​ກາງ​ໄກ່​ເກ່ຍ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການແກ້​ໄຂ​​ສົງ​ຄາມ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ. ທ່ານ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ອາ​ເມ​ລິ​ກາ ຈະ​ຍາດ​ໄດ້​ໄຊ​ຊະ​ນະ​ ​ໃນ​ການ​ປະ​ທະ​ກັນ​ນີ້ໂດຍ​ໄວ ແລະ ຢ້ຳ​ຄືນ​ທັດ​ສະ​ນະຂອງ ອີ​ຣານ ແມ່ນບໍ່​ມີ​ສິດ​ກຳ​ມະ​ສິດ ອາ​ວຸດ​ນິວ​ເຄຼຍ.