ໃນການຕອບສຳພາດຕໍ່ນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ປັກກິ່ງ, ທ່ານສາດສະດາຈານ ຊຸຍສຽງ, ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ໄດ້ຕີລາຄາສູງບັນດາມະຕິຍຸດທະສາດເຊິ່ງກົມການເມືອງ ຫວຽດນາມ ປະກາດໃຊ້ໃນໄລຍະຜ່ານມາ.
ຕາມທ່ານສາດສະດາຈານ ຊຸຍສຽງ ແລ້ວ, ບັນດາການກຳນົດທິດພັດທະນາພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ກວມລວມຫຼາຍຂົງເຂດ, ນັບແຕ່ດ້ານວິທະຍາສາດ - ເຕັກໂນໂລຊີ, ສິ່ງແວດລ້ອມ, ຄວາມໝັ້ນຄົງ ຕະຫຼອດຮອດຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາ. ໃນບັນດາມະຕິ, ທ່ານສາດສະດາຈານ ຊຸຍສຽງ ມີຄວາມປະທັບໃຈເປັນພິເສດຕໍ່ມະຕິເລກທີ 57 ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນ.
“ການພັດທະນາໃນອະນາຄົດຂອງ ຫວຽດນາມ, ພິເສດແມ່ນໃນໄລຍະພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14, ບໍ່ພຽງແຕ່ແມ່ນການເພີ່ມປະລິມານ ຫຼື ຍູ້ໄວລະດັບເຕີບໂຕທາງເສດຖະກິດເທົ່ານັ້ນ. ແທນທີ່ນັ້ນ, ເປົ້າໝາຍແມ່ນຍົກສູງຄຸນນະພາບໄປຄຽງຄູ່ກັບລະດັບຄວາມໄວ ແລະ ຂອບຂະໜາດ. ຄຸນນະພາບນີ້ໄດ້ຮັບການປັບປຸງດ້ວຍບັນດາຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ, ລວມມີບັນດາຂົງເຂດ, ຄື: ປັນຍາປະດິດ (AI), ເຕັກໂນໂລຊີການບິນອະວະກາດ, ຄົມມະນາຄົມທັນສະໄໝ, logistics ທາງລົດໄຟ ແລະ ເຕັກໂນໂລຊີການແພດທີ່ທັນສະໄໝ.”








