ກອງປະຊຸມທາງອອນລາຍ ສະຫຼຸດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍຈຸດສຸມ 6 ເດືອນທ້າຍປີໃນຂົງເຂດແຮງງານ, ຜູ້ມີຄຸນງາມຄວາມດີແລະສັງຄົມ (ພາບ: molisa.gov.vn)

ໃນ 6 ເດືອນຜ່ານມາ, ຜູ້ອອກແຮງງານຢູ່ຂົງເຂດວິສາຫະກິດໄດ້ຫຼຸດລົງຢ່າງແຮງ, ຕົ້ນຕໍແມ່ນຢູ່ບາງຂະແໜງອາຊີບຄື: ຕັດຫຍິບ, ເກີບໜັງ, ກະເປົາ…ອັດຕາໄພວາງງານຂອງກຳລັງແຮງງານຢູ່ເຂດຕົວເມືອງແມ່ນຢູ່ໃນລະດັບສູງທີ່ສຸດໃນ 10 ປີຜ່ານມາ.

ນັບແຕ່ນີ້ຮອດທ້າຍປີ, ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຂະແໜງຕ້ອງປະເຊີນໜ້າໃນການແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນ… ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

ພວກເຮົາຍິ່ງເຫັນຄວາມຫຍຸ້ງຍາກ, ຍິ່ງມີຄວາມຕັດສິນໃຈກ່ວາເພື່ອປະຕິບັດວຽກງານຂອງຊຸມເດືອນທ້າຍປີ. ໃນນັ້ນ, ມານະພະຍາຍາມໃຫ້ຫຼາຍທີ່ສຸດເພື່ອຮັກສາຕະຫຼາດແຮງງານ, ເຮັດທຸກວິທີເພື່ອຊຸກຍູ້ເສດຖະກິດ. ໄປຄຽງຄູ່ກັບການສ້າງລະບອບລະບຽບການນັ້ນ ຕ້ອງໃຫ້ບຸລິມະສິດອັນດັບໜຶ່ງ ແກ່ການວາງແຜນໂຄງການ, ເປົ້າໝາຍ. ສືບຕໍ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມເຮັດແນວໃດເພື່ອໃຫ້ປະຊາຊົນແລະ ວິສາຫະກິດໄດ້ສຳຜັດກັບບ້ວງເງິນກູ້ຢືມ ຈາກທະນາຄານນະໂຍບາຍສັງຄົມຈຳນວນ16 ພັນຕື້ດົງ.