ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ຢືນຢັນເຖິງບົດບາດປະກອບສ່ວນສຳຄັນຂອງບັນດາວິສາຫະກິດທີ່ມີຕໍ່ພື້ນຖານເສດຖະກິດ ແລະ ຕີລາຄາສູງບັນດາຄຳເຫັນປະກອບຢ່າງສຸດໃຈຂອງບັນດາວິສາຫະກິດທີ່ການພົບປະນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເສດຖະກິດພາກເອກະຊົນຂອງຫວຽດນາມແມ່ນກຳລັງໜູນທີ່ສຳຄັນທີ່ສຸດ ຕໍ່ການພັດທະນາຂອງປະເທດຊາດ. ພັກ ແລະ ລັດຍາມໃດ ກໍເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາ ແລະ ສູ້ຊົນໃຫ້ຈຳນວນວິສາຫະກິດຫວຽດນາມ ເພີ່ມຂຶ້ນເປັນຈຳນວນ 1 ລ້ານແຫ່ງ