ຕອນເຊົ້າວັນທີ 7 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ໄດ້ໄປຢ້ຽມຢາມ ວັດ Chantarangsay ແລະ ອວຍພອນປີໃໝ່ພະສົງສຳມະເນນ, ພຸດທະສາສາສະນິກກະຊົນ ຊາວເຜົ່າຂະແມ ຢູ່ເມືອງ 3, ນະຄອນ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ຮັກສາມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ສາມັກຄີໃນສາສະໜາ. ກໍໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ມອບຂອງຂວັນປີໃໝ່ເກືອບ 100 ພູດ ໃຫ້ພະສົງສຳມະນາ, ພຸດທະສາສະນິກກະຊົນຂອງ ວັດ Chantarangsay, ນັກສຶກສາຊາວເຜົ່າຂະແມ ແລະ ທັງນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ອີກດ້ວຍ.
ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ອວຍພອນປີໃໝ່ພໍ່ແມ່ພີນ້ອງຊາວພຸດຂະແມ ຢູ່ນະຄອນ ໂຮ່ຈີມິນ
07/02/2021 10:23
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 .
TAG
VOV/VOVworld/ພຸດສາສະນິກກະຊົນ/ນິກາຍຫິນະຍານ
Related







