ງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຂຶ້ນຢູ່ແຂວງຊອກຈັງ (ພາບ: TTXVN)

ທີ່ພິທີ, ທ່ານ ເລຮວ່າງທ້ວນ ຊາວຫວຽດນາມອາໄສຢູ່ ອາເມລິກາ ຢັ້ງຢືນວ່າ: ພໍ່ແມ່ພີ່ນ້ອງຊາວຈ່າວິງ ອາໄສຢູ່ຕ່າງປະເທດ ຈະເສີມຂະຫຍາຍມູນເຊື້ອສາມັກຄີ, ສືບຕໍ່ແບ່ງປັນ, ປະກອບສ່ວນພ້ອມກັບການນໍາພັກ, ລັດ, ອໍານາດການປົກຄອງແຂວງ ເພື່ອກໍ່ສ້າງ ແລະ ພັດທະນາ ຈ່າວິງ ໃຫ້ນັບມື້ນັບຮັ່ງມີສວຍງາມ ແລະ ວັດທະນາຖາວອນກວ່າເກົ່າ.

ໃນວັນດຽວກັນ, ຢູ່ແຂວງ ຊອກຈັງ ແລະ ແຂວງນິງທ້ວນຂອງຫວຽດນາມ ກໍໄດ້ຈັດງານພົບປະສັງສັນຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ ກັບເມືອປະເທດຕ້ອນຮັບບຸນປີໃໝ່ປະຈໍາຊາດປີ ຊວດ 2020 ເຊັ່ນດຽວກັນ.