ອັງກິດ ຢັ້ງຢືນວ່າ ບໍ່ລົບລ້າງບັນດາຂໍ້ກຳນົດຕິດຕາມກວດກາດ້ານການເງິນທີ່ພວມມີ ຜົນສັກສິດພາຍຫລັງ Brexit (ພາບ: TTXVN)

ໂດຍລະອຽດ, ຕາມທ່ານ John Glen ແລ້ວ, ອັງກິດ ບໍ່ຊອກຫາວິທີທີ່ເຮັດໃຫ້ຂະແໜງບໍລິການການເງິນຂອງຕົນມີຄວາມແຕກຕ່າງ ດ້ວຍວິທີນຳໃຊ້ບັນດາມາດຖານຕ່ຳກ່ວາທີ່ບັນຈຸໃນບັນດາຂໍ້ກຳນົດການເງິນ. ສານຕົ້ນຕໍ ຍັງຄົງສືບຕໍ່ເຄົາລົບບັນດາຂໍ້ກຳນົດສູງສຸດ. ອັງກິດ ກໍ່ປາດຖະໜາຢາກໃຫ້ ອີຢູ ຈະມີບັນດາການຕີລາຄາ “ຕັ້ງໜ້າ” ກ່ອນເດືອນ ມີຖຸນາ ຈະມາເຖິງ ຍ້ອນຄວາມຈິງທີ່ວ່າ ອັງກິດ ໄດ້ຍົກອອກບັນດາຂໍ້ກຳນົດການເງິນຂອງ ອີຢູ ເຂົ້າລະບຸໃນລະບົບກົດໝາຍແຫ່ງຊາດ ດັ່ງນັ້ນ ບັນດາຂໍ້ກຳນົດການເງິນຂອງ ອັງກິດ ຕ້ອງໄດ້ຮັບການຮັບຮູ້ວ່າແມ່ນ “ຄ້າຍຄືກັນ” ໃນທຸກກໍລະນີ.