(ພາບປະກອບ) |
ທ່ານ Sharma ຖືວ່າ ໂລກພວມຕ້ອງປະເຊີນໜ້າກັບ “ສິ່ງທ້າທາຍໃນທົ່ວໂລກທີ່ບໍ່ເຄີຍມີມາກ່ອນ” ແລະ ບັນດາປະເທດພວມສຸມທຸກແຫຼ່ງກຳລັງໃຫ້ແກ່ບັ້ນຕ້ານຄືນໂລກລະບາດນີ້.
ສ່ວນທ່ານນາງ Patricia Espinosa ເລຂາບໍລິຫານຂອງສົນທິສັນຍາ ແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ກ່າວເຕືອນວ່າ ໂຄວິດ-19 ແມ່ນ “ໄພນາບຂູ່ອັນຮີບດ່ວນທີ່ສຸດ ສຳລັບມວນມະນຸດໃນປະຈຸບັນ” ແຕ່ທ່ານນາງຍັງໄດ້ກ່າວເຕືອນອີກວ່າ ໂລກບໍ່ຄວນລືມ ວ່າ ການປ່ຽນແປງຂອງດິນຟ້າອາກາດ ກໍ່ແມ່ນໄພນາບຂູ່ໃຫ່ຍຫຼວງທີ່ສຸດສຳລັບມວນມະນຸດໃນອະນາຄົດ.







