ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ກ່າວຫາວ່າ ອີຣານພວມນາບຂູ່ບຸກໂຈມຕີຮາກຖານຂອງ ອາເມລິກາຈຳນວນໜຶ່ງເພື່ອແນໃສ່ໂຕ້ຕອບເລື່ອງ ອາເມລິກາ ເຂັ່ນຂ້າ ທ່ານນາຍພົນ Quasem Soleimani. ຕາມທ່ານ Donald Trump ແລ້ວ, 52 ເປົ້າໝາຍດັ່ງກ່າວ ແມ່ນຄືດັ່ງ ຕົວປະກັນຊາວ ອາເມລິກາ 52 ຄົນ ເຊິ່ງ ເຄີຍຖືກ ອີຣານ ລອບຈັບໃນຫຼາຍປີທີ່ຜ່ານມາ. ຈຳນວນໜຶ່ງໃນບັນດາເປົ້າໝາຍນີ້ມີຄວາມໝາຍສຳຄັນສຳລັບ ອີຣານ ແລະ ຈະຖືກບຸກໂຈມຕີຢ່າງແຮງ ແລະ ວ່ອງໄວ.
ປະທານາທິບໍດີ ອາເມລິກາ ກ່າວເຕືອນວ່າ ເລັ່ງໃສ່ 52 ເປົ້າໝາຍ ຢູ່ ອີີຣານ
05/01/2020 08:38
(VOVWORLD) - ວັນທີ 4 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ອາເມລິກາ ໄດ້ເລັ່ງໃສ່ 52 ເປົ້າໝາຍຂອງ ອີຣານ ຖ້າຫາກວ່າ ປະເທດນີ້ບຸກໂຈມຕີ ບໍ່ວ່າປະຊາຊົນ ຫຼືຊັບສິນໃດຂອງ ອາເມລິກາ.
TAG
VOV/VOVworld/ອາເມລິກາ/ອີີຣານ/Quassem Soleimani
Related
More




