ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ (ພາບ: TTXVN) |
ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມໄດ້ແຈ້ງໃຫ້ທ່ານ ກວາງຢ໊າງ ຊາບກ່ຽວກັບການສົມທົບກັນໃນການປະຕິບັດງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ແນວໂຮມປະເທດຊາດ ຫວຽດນາມ. ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ທ່ານ ກວາງຢ໊າງ ສືບຕໍ່ເອົາໃຈໃສ່, ຊີ້ນຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດ ຫວຽດນາມ.
ສ່ວນທ່ານ ກວາງຢ໊າງ ໄດ້ຕີລາຄາສູງການພົວພັນສອງພັກ, ສອງລັດ. ກ່ຽວກັບບັນຫາຢູ່ທະເລ, ທ່ານ ກວາງຢ໊າງ ໄດ້ຊີ້ແຈ້ງວ່າການນຳຂັ້ນສູງສອງປະເທດໄດ້ມີຄວາມຮັບຮູ້ລວມ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນສອງຝ່າຍນັ້ນອາດສາມາດແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ເພື່ອຮັກສາສະຖຽນລະພາບຢູ່ທະເລ.









