ກ່ອນຫນ້ານັ້ນ ອົງການນີ້ ກໍ່ໄດ້ປະກາດກ່ຽວກັບເລື່ອງຜັນຂະຫຍາຍບັ້ນເນລະເທດຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍຢູ່ ບັນດານະຄອນ, ໃນນັ້ນມີ Los Angeles Houston Chicago, Miami, New York ແລະ San Francisco.

ຕາມການຕີລາຄາ, ແຜນການ ເນລະເທດ ຈະສົ່ງຜົນສະທ້ອນເຖິງ 2000 ກວ່າຄົນ ມາຈາກຫລາຍປະເທດ ເຂົ້າເມືອງຢ່າງຜິດກົດໝາຍ ທີ່ພວມດຳລົງຊີວິດຢູ່ ອາເມລິກາ ເຖິງວ່າເຂົາເຈົ້າໄດ້ຮັບຄຳສັ່ງຕ້ອງເນລະເທດແລ້ວ.