ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ທຳນຽບຂາວ, ທ່ານປະທານາທິບໍດີ Trump ໄດ້ຍອມຮັບຕໍ່ເລື່ອງຄູ່ຕຳແໜ່ງ ສ.ເກົາຫຼີ Moon Jae-in ມີຄຳສະເໜີໃຫ້ປະທານາທິບໍດີ Trump ໜູນຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງບັນຫາການຄ້າ. ເຖິງຢ່າງດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ບໍ່ເຜີຍໃຫ້ຮູ້ລາຍລະອຽດຂອງຄຳສະເໜີຈາກຝ່າຍ ສ.ເກົາຫຼີ ທີ່ຈະໄປຊ່ວຍແກ້ໄຂວ່າ ຈະເປັນຄືແນວໃດ, ພ້ອມທັງ ເຕື້ອງເຖິງຄວາມປາດຖະໜາຢາກໃຫ້ການນຳ 2 ປະເທດແກ້ໄຂຄວາມເຄັ່ງຕຶງດ້ານການຄ້າໃນປັດຈຸບັນດ້ວຍຕົນເອງ.