ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຂວງ ດັກ​ລັກ ໃນ​ບໍ​ລິ​ເວນ​ຕາ​ແສງ ຝຸ​ອຽນ, ບັນ​ດາ​ຜູ້​ແທນ ແລະ ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມກວ່າ 1.000 ຄົນ ໄດ້​ຖະ​ຫວາຍດອກ​ໄມ້, ຈູດ​ທູບ​ໃຕ້​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ, ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ ແລະ ພໍ່​ແມ່​ປະ​ຊາ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ ແລະ ມອບທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ​ທີ່​ເປັນ​ລູກຫຼານ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 26 ກໍ​ລະ​ກົດ, ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ຈາ​ລຶກ​ບຸນ​ຄຸນ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແຂວງ ດັກ​ລັກ. ອ້າຍ ຫງວຽນ​ທ້າວ​ຢາງ, ຮອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ:

“ການ​ເຄື່ອນ​ໄຫວ​ເຫຼົ່ານີ້​ ສະ​ແດງ​ໃຫ້​ເຫັນຄວາມຮູ້​ບຸນ​ຄຸນ​ຂອງ​​ລຸ້ນ​ໜຸ່ມ​ມີ​ຕໍ່​ລຸ້ນ​ພໍ່​ລຸ້ນ​ອ້າຍ, ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ​ມາ​ໃຫ້​ປະ​ເທດ​ຊາດ; ພ້ອມ​ດຽວ​ກັນ​ນັ້ນ ກໍ​ເປັນ​ການ​ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ປະ​ຕິ​ວັດ, ຄວາມ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ, ມູນ​ເຊື້ອ​ສິນ​ລະທຳກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ​, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ຕອບ​ບຸນ​ແທນ​​ຄຸນ, ປະ​ກອບ​ສ່ວນ​ພ້ອມ​ກັບ​ທຸ​ກ​ຂັ້ນ, ທຸກຂະ​ແໜງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ແບ່ງ​ປັນ​ກັບ​ຄອບ​ຄົວ​ທະ​ຫາ​ນ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຄອບ​ຄົວ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ກາ​ນ​ປະ​ຕິ​ວັດ”.