ການນຳ ສປປ.ເກົາຫຼີ Kim Jong – un ເຂົ້າຮ່ວມພິທີກວດທະຫານຢູ່ພຽງຢາງ ໃນວັນທີ 15 ມັງກອນ 2021 (ພາບ: KCNA/TTXVN) |
ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບເນື້ອໃນໂຄງການດຳເນີນງານ ລວມມີ 3 ບັນຫາຄືແຕ່ງຕັ້ງບຸກຄະລາກອນລັດຖະບານ, ກ່ຽວກັບການປະຕິບັດແຜນການ 5 ປີແຫ່ງການພັດທະນາທີ່ໄດ້ວາງອອກຢູ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີທີ່ຜ່ານມາຢ່າງຮອບດ້ານ, ກໍ່ຄືຕີລາຄາການປະຕິບັດງົບປະມານແຫ່ງລັດ ປີ 2020 ແລະ ຮ່າງງົບປະມານແຫ່ງລັດປີ 2021.
ທ່ານ Kim Tok – hun ນາຍົກລັດຖະມົນຕີ ສປປ.ເກົາຫຼີເນັ້ນໜັກວ່າ ໃນແຜນການ 5 ປີແຫ່ງການພັດທະນາເສດຖະກິດແຫ່ງຊາດໃໝ່, ຂະແໜງເຄມີ ແລະ ຫຼອມໂລຫະຈະແມ່ນ 2 ເສົາຄ້ຳຂອງເສດຖະກິດແຫ່ງຊາດ ແລະ ໄດ້ຮັບການບຸລິມະສິດພັດທະນາ. ລັດຖະບານ ສປປ.ເກົາຫຼີຈະຜັນຂະຫຍາຍເສດຖະກິດຄືນຢ່າງຖືກທິດ ເພື່ອແນໃສ່ບັນລຸໄດ້ຄວາມໝັ້ນຄົງໜັ້ກແໜ້ນ, ການພັດທະນາແບບຍືນຍົງ, ບໍ່ຖືກຜົນສະທ້ອນຈາກປັດໄຈພາຍນອກ ກໍ່ຄືຮັກສາ.








