ວາລະກອງປະຊຸມຂອງສະພາແຫ່ງຊາດ ອາເມລິກາ ຢູ່ ວໍຊິງຕັນ (ພາບ: Washington Examiner/TTXVN)

ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດ ອາເມລິກາມີການກະທຳຄືດັ່ງກ່າວ. ເນື້ອໃນໃໝ່ໄດ້ຮັບຮູ້ຄວາມສຳຄັນຂອງຄວາມມານະພະຍາຍາມທາງການທູດໃນເລື່ອງບັນລຸໄດ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ຖືວ່າ ເລື່ອງສິ້ນສຸດສົງຄາມຢ່າງເປັນທາງການແມ່ນປັດໄຈຫຼັກແຫຼ່ງມຸ່ງໄປສູ່ເປົ້າໝາຍນີ້.

ທ່ານນາງ Christine Ahn ຜູ້ອຳນວຍການອົງການ Women Cross DMZ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນສັນຍານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນວ່າຊາວ ອາເມລິກາ ຢາກຢຸດຕິການປະທະກັນນີ້ ແລະ ເລື່ອງຢຸດຕິການເປັນປໍລະປັກກັນທີ່ແກ່ຍາວເປັນເວລາຫຼາຍສິບປີນັ້ນດ້ວຍຂໍ້ຕົກລົງສັນຕິພາບແມ່ນວິທີການອັນໜຶ່ງດຽວເພື່ອແກ້ໄຂວິກິດການດ້ານນິວເຄຼຍໃນປັດຈຸບັນ.