|
|
ທີ່ກອງປະຊຸມຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ໃນການຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບປະຈຳ ໂກລົມເບຍ, ທ່ານ Carloz Ruiz Massieu, ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ, ຫົວໜ້າຄະນະປະຕິບັດງານ, ໄດ້ສະເໜີບົດລາຍງານຂອງ ທ່ານ ເລຂາທິການໃຫຍ່ ປສຊ ກ່ຽວກັບ ສະພາບການ ໂກລົມເບຍ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານພາຍໃນ 3 ເດືອນທີ່ຜ່ານມາ ແລະ ບັນດາຂໍ້ສະເໜີທີ່ສະເໜີຕໍ່ ສປຊ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ເນັ້ນໜັກວ່າ: ຫວຽດນາມ ສະເໜີ ສຸມໃສ່ບຸລິມະສິດແຖວໜ້າໃຫ້ແກ່ການຮັບປະກັນຄວາມໝັ້ນຄົງ ແລະ ພັດທະນາສຳລັບປະຊາຊົນ ໂກລົມເບຍ ທັງໝົດ.









