ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ມອບຊໍ່ດອກໄມ້ໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳລາວ

ກ່າວຄຳເຫັນທີ່ງານພົບປະສ້າງສັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຢັ້ງຢືນວ່າ: ນອກຈາກວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມແລ້ວ, ບັນດາອົງການສື່ມວນຊົນຫວຽດນາມປະຈຳລາວ ຍັງມີໜ້າທີ່ສູງສົ່ງນັ້ນແມ່ນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈ້ມິດຕະພາບຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບໝັ້ນຄົງຍິ່ງຂຶ້ນ.