ຊາວໜຸ່ມຊາວຫວຽດນາມອາໄສຢູ່ຕ່າງປະເທດອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

ຕອນເຊົ້າວັນທີ 15 ກໍລະກົດ, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ມາຖວາຍທູບທຽນບູຊາ, ອາໄລຫາບັນດານັກຮົບວິລະຊົນທີ່ໄດ້ ເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານ 3 ແຍກດົງໂລກ ໃນແຂວງຮ່າຕິ້ງ, ຈູດທູບໃຕ່ທຽນບູຊາອາໄລຫາຢູ່ສຸສານ ຊາວໜຸ່ມຍິງຕະລຸ່ມບອນ 10 ຄົນທີ່ໄດ້ ເສຍສະຫຼະຊີວິດຢູ່ທີ່ນີ້. ນາງ ຫງວຽນງອກມາຍ ຊາວຫວຽດນາມອາໄສຢູ່ລາວ ແບ່ງປັນວ່າ : (ເທບ)

“ ຢູ່ລາວ, ນ້ອງໄດ້ຮູ້ຈັກເຖິງທະຫານອາສາສະໝັກຫວຽດນາມຫຼາຍຄົນໄດ້ໄປຊ່ວຍເຫຼືອລາວ ແລະ ເສຍສະຫຼະຊີວິດຢູ່ແດນລາວ, ສິ່ງນີ້ ໄດ້ເຮັດໃຫ້ນ້ອງມີຄວາມສະເທື່ອນໃຈ. ແຕ່ໃນເມື່ອໄປຮອດ 3 ແຍກດົງໂລກ, ໄດ້ຮັບຟັງແນະນຳກ່ຽວກັບ ກ່ຽວກັບຄວາມເສຍສະຫຼະຊີວິດອັນພິລະອາດຫານຂອງ ຊາວໜຸ່ມຍິງຕະລຸ່ມບອນ 10 ຄົນເພື່ອປົກປັກຮັກສາປະເທດຊາດ, ນ້ອງຮູ້ສຶກຕື້ນຕັນໃຈຫຼາຍ ”

ສ່ວນທ້າວ ຫງວຽນຈຸງກຽນ ຊາວຫວຽດນາມອາໄສຢູ່ອາເມລິກາ ເວົ້າວ່າ :

“ ເມື່ອໄດ້ຮັບຊົມຮູບເງົາກ່ຽວກັບ ເຂດປູຊະນີຍະສະຖານ 3 ແຍກດົງໂລກ, ພິເສດ ແມ່ນຄວາມເສຍສະຫຼະຊີວິດອັນພິລະອາດຫານຂອງ ຊາວໜຸ່ມຍິງຕະລຸ່ມບອນ 10 ຄົນ, ນ້ອງມີຄວາມເອກອ້າງທະນົງໃຈທີ່ສຸດເພາະເປັນຄົນເຊື້ອສາຍຫວຽດນາມວິລະຊົນ. ນ້ອງຫວັງວ່າ ປະເທດຫວຽດນາມມີສັນຕິພາບຈົນຊົ່ວກາລະນານ ”