ໝູ່ບ້ານPanmunjom ຢູ່ເຂດປອດການທະຫານ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(ພາບ: AFP/TTXVN)

ນີ້ແມ່ນຂໍ້ລິເລີ່ມເປີດເຜີຍທຳອິດຂອງທ່ານທີ່ປຶກສາ Im Jong-seok ນັບແຕ່ເວລາໄດ້ຮັບຕຳແໜ່ງມາຮອດປັດຈຸບັນ.

ທ່ານ Im Jong-seok ພວມຊອກຫາວິທີຊຸກຍູ້ການເຊັນບັນດາບົດບັນທຶກຊ່ວຍຈຳ (MOU) ລະຫວ່າງບັນດາອົງການການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ບໍ່ເພື່ອຜົນກຳໄລ ແລະ ນະຄອນ 30 ແຫ່ງຂອງ ສ.ເກົາຫຼີ ເພື່ອເຊື່ອມຕໍ່ບັນດານະຄອນນີ້ກັບບັນດານະຄອນຢູ່ສປປ.ເກົາຫຼີ. ອົງການດັ່ງກ່າວຈະປະຕິບັດບັນດາແຜນການຮ່ວມມືລະຫວ່າງນະຄອນໃຫ້ສົມບູນແບບ, ຫຼັງຈາກນັ້ນຈະສະເໜີຕໍ່ ສປປ.ເກົາຫຼີ.