ສິງກະໂປ ສືບຕໍ່ແມ່ນພື້ນຖານເສດຖະກິດແກ່ງແຍ້ງທີ່ສຸດໃນໂລກ (ພາບ: Reuters)

ສິງກະໂປ ບືນຕົວຂຶ້ນຢູ່ອັນດັບທີໜຶ່ງ ຍ້ອນມີພື້ນຖານໂຄງລ່າງເຕັກໂນໂລຊີທີ່ທັນສະໄໝ ແລະ ກຳລັງແຮງງານມີລະດັບຄວາມຮູ້ສູງ. ບັນດາປັດໄຈທີ່ນຳມາເຊິ່ງຜົນສຳເລັດໃຫ້ແກ່ ສິງກະໂປ ລວມມີຜົນງານດ້ານເສດຖະກິດທີ່ໂດດເດັ່ນຂອງປະເທດນີ້, ເລີ່ມຈາກການຄ້າ ແລະ ການລົງທຶນສາກົນຢ່າງແຮງ, ບັນດາມາດຕະການຕັ້ງໜ້າຂອງລັດຖະບານ ແນໃສ່ໜູນຊ່ວຍຂົງເຂດຮັບສະໝັກພະນັກງານ ແລະ ຕະຫລາດແຮງງານ. ຖັດມາແມ່ນປະເທດ ແດນມາກ, ສະວິດ, ໂຮນລັງ ແລະ ຮົງກົງ.