ທີ່ກົມຕຳຫຼວດອາຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງ ກຳລັງຕຳຫຼວດອາຍາ ທີ່ໄດ້ປະຕິບັດວຽກງານເສນາທິການໃຫ້ແກ່ພັກ, ລັດ ໄດ້ເປັນຢ່າງດີ ຊ່ວຍປະກາດໃຊ້ເອກະສານຫຼາຍສະບັບກ່ຽວກັບການປ້ອງກັນ, ຕ້ານ ອາດຊະຍາກຳອາຍາ; ແກ້ໄຂບັນດາຫົວເລື່ອງກ່ຽວກັບການຕໍ່ສູ້ກັບອາດຊະຍາກຳ, ກໍລະນີລະເມີດກົດໝາຍເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບໍ່ວ່າຢູ່ໃນກໍລະນີໃດກໍຕາມ ກໍຕ້ອງຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກເພື່ອພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ກົມຕຳຫຼວດອາຍາ (ພາບ: TTXVN)

ເມື່ອກວດກາວຽກງານປະຕິບັດໜ້າທີ່ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບ ກົມປ້ອງກັນຄວາມສະຫງົບພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

“ບັນດາພະນັກງານ, ນັກຮົບ ໄດ້ເຊື່ອມຊຶມນ້ຳໃຈ “ເປັນເຈົ້າການປ້ອງກັນຄວາມສະຫງົບ” ໃນນັ້ນ, ມີການຮັບປະກັນຄວາມສະຫງົບປອດໄພຢ່າງສິ້ນເຊິງໃຫ້ແກ່ກອງປະຊຸມໃຫຍ່ທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບໍ່ປະໃຫ້ເກີດກໍລະນີສັບສົນ. ນີ້ແມ່ນຜົນສຳເລັດອັນພົ້ນເດັ່ນກົມປ້ອງກັນຄວາມສະຫງົບພາຍໃນປະເທດ ໄດ້ສົມທົບກັບກຳລັງອື່ນໆຜັນຂະຫຍາຍຢ່າງຄົບຊຸດ, ປະຕິບັດບັນດາມາດຕະການ, ແບບວິທີ, ແຜນການທາງວິຊາການຢ່າງຂ້ຽວຂາດ.”

ເມື່ອລົງຢ້ຽມຢາມກອງບັນຊາການກຳລັງອາລັກຂາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຕັກເຕືອນວ່າ ກອງບັນຊາການກຳລັງອາລັກຂາຄວນສ້າງ ແລະ ປັບປຸງບັນດາແບບວິທີປ້ອງກັນໃຫ້ສົມບູນແບບ, ຕິດຕາມທຸກເປົ້າໝາຍ, ທຸກບໍລິເວນຢ່າງໃກ້ຊິດ.

ຄູຝຶກທິມບານເຕະແຫ່ງຊາດ ຫວຽດນາມ Park Hang – seo ໄດ້ຮັບຂອງຂວັນປີໃໝ່ຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VFF)

ກໍເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ ມອບຂອງຂວັນ ແລະ ອວຍພອນປີໃໝ່ ທ່ານຫົວໜ້າຄູຝຶກທິມບານເຕະແຫ່ງຊາດ ຫວຽດນາມ Park Hang – seo.