ທ່ານ ປະທານາທິບໍດີ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ອາເມລິກາ Joe Biden (ພາບ: Reuters)

ວັນທີ 3 ທັນວາ, ທ່ານ ປະທານາທິບໍດີ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ອາເມລິກາ Joe Biden ໄດ້ເລືອກເອົາ ອະດີດເຈົ້າໜ້າທີ່ພາຍໃຕ້ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ Barack Obama 2 ທ່ານ ໃຫ້ແກ່ບັນດາບົດບາດຂັ້ນສູງຂອງອົງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ປັດຈຸບັນ, ທີ່ປຶກສາສອງທ່ານ ຂອງທ່ານ Joe Biden ແມ່ນ ທ່ານ Vivek Murthy ແລະ ທ່ານ Marcella Nunez-Smith ຈະຮັກສາບົດບາດແຖວໜ້າໃນກຳລັງພິເສດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ນີ້ແມ່ນບຸລິມະສິດຂອງ ທ່ານ ປະທານາທິບໍດີ Joe Biden ເມື່ອຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນປີ 2021.