ຕອນ​ບ່າຍ​ວັນ​ທີ 27 ພຶ​ດ​ສະ​ພາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ເຮືອ​ບິນ​ນຳ​ສົ່ງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ລົງ​ຈ​ອດ​ຢູ່ສະ​ໜາມ​ບິນ​ສາ​ກົນ ດອນ​ເ​ມືອງ, ສືບ​ຕໍ່​ບັນ​ດາ​ການ​ເຄື່​ອນ​ໄຫວ​ໃນ​ລາຍ​ການ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລ​ິມ ​ຕ້ອນ​ຮັບ​ການ​ນຳ TCC Group ຂອງ ໄທ.

ກ່ອນ​ໜ້ານັ້ນ, ​ຢູ່​ແຂວງ ອຸ​ດອນ​ ທາ​ນີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ແລະ ພໍ່​ແມ່​ປະ​ຊາ​ຊົນ​ທີ່​ພວມດຳ​ລົງ​ຊີ​ວິດ, ​ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ ໄທ ແລະ ຜູ້​ຕາງ​ໜ້າ​ພໍ່​ແມ່​ປະ​ຊາ​ຊົນຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ກໍ່​ໄດ້​ມາ​ເຂົ້າ​ຮ່ວມ.

ຕີ​ລາ​ຄາ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ຢູ່ ໄທ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລ​ິມ ປາດ​ຖະ​ໜາ​ວ່າ:

“ຂ້າ​ພະ​ເຈົ້າ​ຢາກ​ຝາກ​ຝັງ​ຄວາມ​​ເຊື່ອ​ໝັ້ນ​ລຸ້ນ​ໜຸ່ມ​ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ. ພວກ​ຫຼານ​ຈ​ົ່ງ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່​ໜຸ່ມ​ແໜ້ນ, ຂະ​ຫຍັນ​ຂັນ​ເຄື່ອນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຂອງ 2 ປະ​ເທດ. ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຖາ​ນະ​ນິ​ຕິ​ກຳ​​ທີ່ນ​ແກ່ນ, ຮັບ​ປະ​ກັນ​ກັນດຳ​ລົງ​ຊີ​ວິດ​, ເຊື່ອມ​ໂຍງ​ເຂົ້າ​ກັບສັງ​ຄົມ​ປະ​ຈຳ​ຖິ່ນ​ໄດ້​ເປັນ​ຢ່າງ​ດີ, ພ້ອມ​ກັນ​ນັ້ນ ກໍ່ເສີມ​ຂະ​ຫຍາຍ​ສີ​ສັ​ນ​ວັດ​ທະ​ນະ​ທຳ ອວ່າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ”.