ແຂວງ ກວາງງ້າຍ ໄດ້ຮັດແໜ້ນວຽກງານຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ເດັດດຽວແກ້ໄຂກຳປັ່ນທີ່ບໍ່ມີເງື່ອນໄຂເຄື່ອນໄຫວຢ່າງຄົບຖ້ວນ. ພ້ອມກັນນັ້ນ, ຍູ້ແຮງການນຳໃຊ້ເຕັກໂນໂລຊີ, ການຫັນເປັນດີຈີຕອນໃນຂົງເຂດສິນໃນນ້ຳຢ່າງຮອບດ້ານ, ນັບແຕ່ການກວດກາເຕັກນິກກຳປັ່ນຫາປາ, ຕິດຕາມການເຄື່ອນໄຫວຂຸດຄົ້ນຢູ່ທະເລ, ຕະຫຼອດຮອດການຄົ້ນຫາຕົ້ນກຳເນີດສິນໃນນ້ຳ ເພື່ອແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ສະກັດກັ້ນການຂຸດຄົ້ນ IUU.
ທ່ານພັນຈັດຕະວາ ເລແທັ່ງດ້າວ, ພາລະກອນປ້ອມກວດກາຊາຍແດນ ອານຫາຍ, ປ້ອມປ້ອງກັນຊາຍແດນ ລີເຊີນ, ແຂວງ ກວາງງ້າຍ, ໃຫ້ຮູ້ວ່າ:
“100% ຍານພະຫະນະໃນບໍລິເວນລ້ວນແຕ່ມີຂໍ້ມູນຢ່າງຄົບຖ້ວນ. ບັນດາເອກະສານກ່ຽວຂ້ອງເຖິງກຳປັ່ນຫາປາ ແລະ ຍານພາຫະນະກ່ອນທີ່ຈະອອກຈາກທ່າເຮືອ ກຳລັງປ້ອງກັນຊາຍແດນ ລ້ວນແຕ່ຕ້ອງໄດ້ການກວດກາຕາມຂໍ້ກຳນົດຂອງກົດໝາຍ. ໃນວິວັດການທີ່ກຳປັ່ນເຄື່ອນໄຫວຢູ່ທະເລ, ພິເສດແມ່ນຢູ່ໄກຝັ່ງ, ທະຫານຊາຍແດນຈະດຳເນີນການກວດກາບັນດາເຄື່ອງຕິດຕາມການເດີນທາງ ແລະ ຮັກສາການກວດກາ 24/24 ຊົ່ວໂມງ”.




