ສະຫະສະມາຄົມມືຖືທົ່ວໂລກ (GSMA), ເຊິ່ງເປັນອົງການຈັດຕັ້ງສາກົນຕາງໜ້າໃຫ້ແກ່ລະບົບນິເວດມືຖືຮອບດ້ານ ໄດ້ມອບລາງວັນ ການນຳລັດຖະບານ GSMA ປີ 2026 ໃຫ້ແກ່ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມແຫ່ງຊາດດີຈີຕອນ ຮ່າໂນ້ຍ ປີ 2026 ທີ່ດຳເນີນຢູ່ຮ່າໂນ້ຍ ໃນວັນທີ 26 ພຶດສະພາ.
ທ່ານ Julian Gorman, ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງ GSMA ໃຫ້ຂໍ້ສັງເກດວ່າ ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນຳພາການຫັນເປັນດີຈີຕອນຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ ອາຊີ - ປາຊີຟິກ.
ປັດຈຸບັນ, ຫວຽດນາມ ໄດ້ພັດທະນາ ດ້ວຍ 5 ເສົາຄ້ຳ, ລວມມີ: ພື້ນຖານໂຄງລ່າງດີຈີຕອນ, ນະວັດຕະກຳ, ການຄຸ້ມຄອງບໍລິຫານຂໍ້ມູນ, ຄວາມປອດໄພທາງໄຊເບີ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ຜົນສຳເລັດຂອງ ຫວຽດນາມ ໄດ້ສ່ອງແສງເຖິງການຫັນປ່ຽນຢ່າງຈະແຈ້ງ ຈາກສະພາບ “ປັບຕົວດີຈີຕອນ” ໄປສູ່ “ສ້າງປະເທດທີ່ມີລັກສະນະຍຸດທະສາດ”.





