ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Ferdinand Romualdez Marcos Jr. ປະ​ທາ​ນາ​ທ​ິ​ບໍ​ດີ ຟີ​ລິບ​ປິນ ແລະ ພັນ​ລະ​ຍາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຟີ​ລິ​ບ​ປິນ. ການ​ຢ້ຽມ​ຢາມຈະ​ດຳ​ເນີນ​ແຕ່​ວັນ​ທີ 31 ພຶ​ດ​ສະ​ພາ - 01 ມິ​ຖຸ​ນາ 2026.