(ພາບ: ກະຊວງການຕ່າງປະເທດ ໄທ)
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ໄທ ແລະ ພັນລະຍາ, ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 29 ພຶດສະພາ. ການຢ້ຽມຢາມຈະຊ່ວຍສ້າງບັນດາມາດຕະການຫຼັກແຫຼ່ງ, ຫັນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດ, ສ້າງກຳລັງໜູນການຮ່ວມມື ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ໄທ ໃນໄລຍະໃໝ່.
ນີ້ແມ່ນການຢ້ຽມຢາມ ໄທ ຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ໄທ ກໍ່ແມ່ນປະເທດທຳອິດທີ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປປະຕິບັດງານຢູ່ບັນດາປະເທດສະມາຊິກ ອາຊຽນ ກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026).
ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສູງສຸດຂອງສອງປະເທດພ້ອມກັນແລກປ່ຽນ, ສ້າງບັນດາໂອກາດໃໝ່, ກຳລັງໜູນໃໝ່ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຕັ້ງເມື່ອເດືອນ ພຶດສະພາ 2025 ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນກວ່າອີກ.
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ
ຫວຽດນາມ ແລະ ໄທ ແມ່ນບັນດາຄູ່ຮ່ວມມືສຳຄັນຂອງກັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແບ່ງປັນຜົນປະໂຫຍດຍຸດທະສາດຫຼາຍຢ່າງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການພັດທະນາໃນພາກພື້ນ. ການພົວພັນສອງຝ່າຍໄດ້ຍົກລະດັບຜ່ານບັນດາການຢ້ຽມຢາມຂັ້ນສູງ, ບັນດາກົນໄກຮ່ວມມືສອງຝ່າຍ ແລະ ເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ເຕີບໂຕຢ່າງແຮງ. ໄປຄຽງຄູ່ກັນນັ້ນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດກໍ່ພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.
ໃນສະພາບການນັ້ນ, ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ໃຫ້ການຮ່ວມມື ຫວຽດນາມ - ໄທ ຕື່ມອີກ. ກ່ອນການຢ້ຽມຢາມ, ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ໄທ ຢັ້ງຢືນວ່າ:
ໃນຍຸກປັດຈຸບັນ, ການເຕີບໂຕຕ້ອງຍືນຍົງ. ດັ່ງນັ້ນ, ພວກເຮົາຄວນຮັບປະກັນວ່າ ການພົວພັນເສດຖະກິດ, ການຄ້າ, ການລົງທຶນຈະພັດທະນາຕາມທິດຍືນຍົງ, ຊຸກຍູ້ການພັດທະນາສີຂຽວ. ເມື່ອເບິ່ງໄປໃນອະນາຄົດ, ພວກຂ້າພະເຈົ້າເຫັນມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ຫຼາຍຢ່າງ, ຍ້ອນວ່າທັງສອງປະເທດລ້ວນແຕ່ພວມຢູ່ໃນວິວັດການຫັນປ່ຽນເສດຖະກິດ. ບັນດາຂົງເຂດຄື ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ວິທະຍາສາດ - ເຕັກໂນໂລຢີ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຈະແມ່ນການກຳນົດທິດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.
ໂດຍມີທັດສະນະດຽວກັນ, ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ ພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານນັ້ນ ແມ່ນຮາກຖານສຳຄັນເພື່ອໃຫ້ ຫວຽດນາມ ແລະ ໄທ ສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືໃໝ່ໃນໄລຍະຈະມາເຖິງເລິກເຊິ່ງກວ່າອີກ.
ນອກຈາກບັນດາຂົງເຂດການຮ່ວມມືທີ່ມີມາແຕ່ດົນນານທີ່ໄດ້ ແລະ ພວມແມ່ນເສົາຄ້ຳຂອງການຮ່ວມມືເສດຖະກິດລະຫວ່າງສອງປະເທດຄື: ການລົງທຶນ, ການຄ້າ, ການທ່ອງທ່ຽວ… ສອງປະເທດກໍ່ໄດ້ແບ່ງປັນເປົ້າໝາຍພັດທະນາມລວມແມ່ນການພັດທະນາແບບຍືນຍົງ, ມຸ່ງໄປເຖິງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງດ້ານພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ພິເສດແມ່ນການຮ່ວມມືໃນບັນຫາເສດຖະກິດທະເລ, ອາຊີບຫາປາ, ພະລັງງານສີຂຽວ, ພະລັງງານສະອາດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ສອງປະເທດ.
ສານຂໍ້ຄວາມສຳລັບພາກພື້ນ ອາຊຽນ
ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ສົ່ງສານຂໍ້ຄວາມກ່ຽວກັບບົດບາດຂອງ ຫວຽດນາມ ແລະ ໄທ ໃນການຊຸກຍູ້ປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ໄທ ຖືວ່າ:
ປັດຈຸບັນ, ອາຊຽນ ພວມຢູ່ສາມແຍກຍຸດທະສາດ. ພວກເຮົາບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນອະດີດຕະການ, ແຕ່ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ. ພວກເຮົາຕ້ອງປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ. ໄທ ແລະ ຫວຽດນາມ ມີທັດສະນະດຽວກັນກ່ຽວກັບພາກພື້ນ, ມີວິໄສທັດດຽວກັນກ່ຽວກັບ ອາຊຽນ. ເພາະສະນັ້ນ, ນີ້ແມ່ນເວລາທີ່ພວກເຮົາຕ້ອງຊຸກຍູ້ລັດທິພາກພື້ນໃນ ອາຊຽນ, ຕ້ອງຮັບປະກັນສັນຕິພາບ ແລະ ຄວາມກ້າວໜ້າ, ຮັກສາໃຫ້ ອາຊຽນ ແມ່ນເຂດປອດໄພ ຕໍ່ບັນດາການແກ້ງແຍ້ງດ້ານພູມີສາດການເມືອງ.
ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ ບໍ່ພຽງແຕ່ໄດ້ເປີດກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮວ່ມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມຕັດສິນໃຈລວມ ໃນການເພີ່ມພູນຄູນສ້າງ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັກສາບົດບາດເປັນໃຈກາງໃນໂຄງປະກອບພາກພື້ນອີກດ້ວຍ.
ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຫຼາຍຢ່າງ, ຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຂື່ອໃຈລະຫວ່າງບັນດາປະເທດສະມາຊິກຈະແມ່ນພື້ນຖານສຳຄັນເພື່ອໃຫ້ ອາຊຽນ ເສີມຂະຫຍາຍສຽງເວົ້າລວມ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.








