ລະ​ອຽດ, ສອງ​ຝ່າຍ​ພວມ​ສຸມ​ໃສ່​ການ​ປຶກ​ສາ​ຫາ​ລື​ໜຶ່ງ​ໃນ​ສອງ​ແບບ​ວິ​ທີ​ແກ້​ໄຂ​​ຈຳ​ນວນ ຢູ​ລາ​ນຽມ​ ຂອງ ອີ​ຣານ, ນັ້ນ​ແມ່ນ ​ອາ​ດຈະເຈືອ​ຈາງ​ສ່ວນ​ປະ​ກອບວັດ​ຖຸ​ດິບ​ເຫຼົ່າ​ນີ້ ຫຼື ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ​ເຊິ່ງແມ່ນ ຈີນ ຫຼື ລັດ​ເຊຍ.​ ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ຂໍ້​ມູນ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເທື່ອ. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ອີ​ຣານ ກໍ​ຄື​ບັນ​ດາ​ປະ​ເທດ​ເປັນ​ກາງ​ໄກ່​ເກ່ຍ​ຂອງ ປາ​ກິດ​ສະ​ຖານ ແລະ ກາ​ຕາ ​ກໍ່​ຍັງ​ບໍ່​ທັນ​ຢັ້ງ​ຢືນເທື່ອ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 26 ພຶດ​ສະ​ພາ, ສື່ມວນ​ຊົນ ອີຣານ ໄດ້​ໃຫ້​ຂ່າວ​ວ່າ ທ່ານ Mohammad Baqer Qalibaf ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ ອີ​ຣານ ໄດ້​ສິ້ນ​ສຸດ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຢູ່ ກາ​ຕາ ແລະ ກັບ​ຄືນ​ສູ່ ເຕ​ເຮ​ຣານ. ທ່ານ ເດີ​ນ​ທາງ​ມາ​ຮອດ ໂດ​ຮາ​ ໃນ​ວັນ​ທີ 25 ພຶດ​ສະ​ພາ ແລະ ມີ​ການ​ແລກ​ປ່ຽນ​ທີ່​ສຳ​ຄັນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ແຖ​ວ​ໜ້າ ກາ​ຕາ ກ່ຽວ​ກັບ​ບັນ​ດາ​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ປະ​ທະ​ກັນລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ