(ພາບ: TTXVN)
ການພົວພັນ ໄທ - ຫວຽດນາມ ຂະຫຍັນຂັນເຄື່ອນ ແລະ ນັບມື້ນັບມີຍຸດທະສາດກວ່າ, ພິເສດແມ່ນໃນ 2 ທົດສະວັດຜ່ານມາ ເມື່ອສະພາບພູມສາດການເມືອງພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່. ນີ້ແມ່ນຂໍ້ສັງເກດຂອງນັກຮຽນຮູ້ ໄທ ທ່ານນາງ ກະວີ ຈົງກິດຕະວອນ, ນັກຊ່ຽວຊານແຖວໜ້າກ່ຽວກັບບັນດາບັນຫາພາກພື້ນ, ໃນການແລກປ່ຽນກັບນັກຂ່າວຢູ່ ບາງກອກ ເນື່ອງໃນໂອກາດການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ແຕ່ວັນທີ 27 – 29 ພຶດສະພາ.
ນັກຮຽນຮູ້ ກະວີ ຈົງກິດຕະວອນ ຕີລາຄາວ່າ ການຢ້ຽມຢາມ ໄປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນກົງກັບໂອກາດດ້ວຍຫຼາຍເຫດຜົນ. ທີ 1, ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕຢ່າງເປັນປົກກະຕິປະມານ 8% ໄດ້ຍົກສູງທີ່ຕັ້ງຂອງ ຫວຽດນາມ ຄືດັ່ງກຳລັງໜູນເສດຖະກິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທີ 2, ແມ່ນ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນທະວີບ, ສາຍພົວພັນທີ່ໃກ້ຊິດສະໜິດສະໜົມກວ່າລະຫວ່າງ ຫວຽດນາມ ແລະ ໄທ ໄດ້ສົ່ງຜົນສະທ້ອນເຖິງສັບຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ. ສຸດທ້າຍ, 2 ປະເທດພວມປະຕິບັດວິໄສທັດ ອາຊຽນ ກ່ຽວກັບພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃນທຸກຂົງເຂດທີ່ໃຫ້ບຸລິມະສິດ. ສະນັ້ນ, ການຢ້ຽມຢາມໄດ້ສ້າງກຳລັງໜູນຢ່າງແຮງກວ່າໃຫ້ແກ່ການພົວພັນ ໄທ - ຫວຽດນາມ.




