ວັນ​ທີ 26 ພຶດ​ສະ​ພາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ, ທ່ານພົນ​ໂທ ຫງວຽນ​ຢ​ວ້ານ​ແອັງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ອາ​ເມ​ລິ​ກາ ໂດຍ​ທ່ານ​ Michael Baumgartner, ສະ​ມາ​ຊິກລັດ​ຖະ​ສະ​ພາ​ຕ່ຳ, ສະ​ມາ​ຊິກ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປ​ະ​ເທດ​ສະ​ພາ​ຕ່ຳ, ເປັນ​ຫົວ​ໜ້າ​ຄະ​ນະ.

ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຢ​ວ້ານ​ແອັງ ເນັ້​ນ​ໜັກ​ວ່າ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ເຂົ້າ​ສູ່​ລວງ​ເລິກ; ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ໃຫ້​ມີ​ສະ​ຖຽ​ນ​ລະ​ພາບ, ດຸ່ນ​ດ່​ຽງ, ຍຸດ​ຕິ​ທຳ, ຍືນ​ຍົງ; ​ຍອມຮັບ​ຂໍ້​ກຳ​ນົດກົດ​ລະ​ບຽບ​ການ​ຕະ​ຫຼາດ​ຂອງ ຫວຽດ​ນາມ ໃນ​ໄວໆ​ນີ້; ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ…

ສ່ວນ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ອາ​ເມ​ລິ​ກາ ໄດ້​ຕ​ີ​ລາ​ຄາ​ວ່າ ເສດ​ຖະ​ກິດ - ການ​ຄ້າ ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ການ​ພົວ​ພັນ 2 ຝ່າຍ; ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ 2 ຝ່າຍ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ, ເຈ​ລະ​ຈາເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ການ​ຄ້າ, ໃນ​ນັ້ນ​ມີ​ບັນ​ຫາ​ພາ​ສີ​ອາ​ກອນ.