
(ພາບປະກອບ:cand.com.vn)
(vovworld)- ຕອນເຊົ້າວັນທີ 18/8, ທ່ານຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມທີ່ປຶກສາອະໄພຍະໂທດ ພ້ອມກັບຄະນະປະຕິບັດງານ ໄດ້ໄປກວດກາວຽກງານອະໄພຍະໂທດຢູ່ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ. ກ່ຽວກັບວຽກງານອະໄພຍະໂທດປີນີ້, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ນຳວ່າ: ວຽກງານອະໄພຍະໂທດຕ້ອງຮັບປະກັນຖືກຕ້ອງຕາມບັນດາຄາດໝາຍ, ຄວາມຮຽກຮ້ອງຕ້ອງການກ່ຽວກັບການອະໄພຍະໂທດຕາມຂໍ້ຕົກລົງຂອງທ່ານປະທານປະເທດ. ພິເສດແມ່ນຕ້ອງປະຕິບັດຢ່າງເປີດເຜີຍ, ຈະແຈ້ງ, ຮັບປະກັນຄວາມຍຸດຕິທຳ, ປະຊາທິປະໄຕໃນວິວັດການພິຈາລະນາອະໄພຍະໂທດໃຫ້ແກ່ບັນດານັກໂທດ.
ພາຍຫຼັງມີຂໍ້ຕົກລົງຂອງປະທານປະເທດກ່ຽວກັບວຽກງານອະໄພຍະໂທດປີ 2013, ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ ໄດ້ດຳເນີນການເຜີຍແຜ່ຂໍ້ຕົກລົງ ແລະ ຕິດປະກາດຢ່າງເປີດເຜີຍ. ຄ້າຍຄຸ້ມຂັງນິງແຄງ ແຂວງນິງບີ່ງ ໄດ້ພິຈາລະນາອະໄພຍະໂທດໃຫ້ນັກໂທດ 383 ຄົນ ແລະ ກະກຽມບັນດາເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າກັບຄືນສູ່ວົງຄະນາຍາດຄືນໃໝ່.




