ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ.
ທີ່ການພົບປະ |
ສ່ວນທ່ານປະທານາທິບໍດີ ສະວິດ Ueli Maurer ໄດ້ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຕັ້ງໜ້າທີ່ມີຄວາມຮັບຜິດຊອບຢູ່ບັນດາອົງການຈັດຕັ້ງສາກົນ ເຊິ່ງ 2 ຝ່າຍເປັນສະມາຊິກ.
ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ກໍ່ສະແດງຄວາມປາດຖະໜາວ່າ: ສະວິດ ຈະສືບຕໍ່ມີທັດສະນະສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນ ເພື່ອຮັບປະກັນການເຄົາລົບກົດໝາຍໃນໂລກ.





